ກ່ຽວກັບ ຄຊກລ
ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ
ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ແມ່ນການຈັດຕັ້ງໜຶ່ງທີ່ບໍ່ປະຈຳການ, ໄດ້ສ້າງຕັ້ງຂື້ນໃນປີ 2005 ແລະ ເລີ່ມປະຕິບັດງານກາງປີ 2006 ມີພາລະບົດບາດເປັນເສນາທີການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກ, ເປັນຄະນະຊີ້ນຳວຽກງານ, ບໍລິຫານຄຸ້ມຄອງ, ກວດກາວຽກງານ ແລະ ເປັນເຈົ້າການປະສານສົມທົບກັບກະຊວງ, ອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ. ເພື່ອຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ໃນ ສປປ ລາວ.
ພາລະບົດບາດ ແລະ ຫນ້າທີ່ຫຼັກ
- 01ວາງທິດທາງຍຸດທະສາດ ແລະ ການສ້າງນະໂຍບາຍ
- 02ການຮັບຮອງອົງການປະຕິບັດງານ
- 03ການປະສານງານວຽກປະຕິບັດງານ
- 04ການສ້າງຂີດຄວາມສາມາດຂອງບຸກຄົນ ແລະ ສະຖາບັນພາຍໃນຂະແໜງການແກ້ໄຂບັນຫາ ລບຕ
- 05ການຄຸ້ມຄອງຂໍ້ມູນ ແລະ ວິເຄາະຂໍ້ມູນ
- 06ການຄຸ້ມຄອງຄຸນນະພາບການດຳເນີນງານຂອງຂະແໜງການແກ້ໄຂບັນຫາ ລບຕ
- 07ສະໜັບສະໜູນສົນທິສັນຍາສາກົນ
ໂຄງສ້າງຄະນະກຳມະການ
ຄຊກລ ປະກອບມີ ຄະນະປະຈຳກະຊວງ ລະດັບສູງ ປະກອບດ້ວຍຜູ້ຕາງໜ້າຈາກ 10 ກະຊວງ: ກະຊວງການຕ່າງປະເທດ (ປະທານ), ກະຊວງປ້ອງກັນປະເທດ (ຮອງປະທານ), ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮອງປະທານ), ກະຊວງປະກັນຄວາມສະຫງົບ, ກະຊວງແຜນການ ແລະ ການລົງທຶນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ຫ້ອງການ ຄຊກລ
ຫ້ອງການ ຄຊກລ ມີພາລະບົດບາດເປັນເສນາທິການໃຫ້ແກ່ ຄະນະນຳກະຊວງ ແລະ ຄຊກລ ໃນການກຳນົດນະໂຍບາຍ, ຍຸດທະສາດ, ແຜນການ ແລະ ຄຸ້ມຄອງ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ.
ວິໄສທັດ
ສປປ ລາວ ປັດສະຈາກໄພຂົ່ມຂູ່ຈາກ ລບຕ, ເຮັດໃຫ້ບຸກຄົນ ແລະ ຊຸມຊົນດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ປອດໄພ ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາ, ຮັບປະກັນໃຫ້ຄວາມຕ້ອງການຂອງຜູ້ຖືກເຄາະຮ້າຍຈາກ ລບຕ ໄດ້ຮັບການຕອບສະໜອງ ແລະ ສາມາດດຳລົງຊີວິດຢູ່ໃນສັງຄົມໄດ້ເປັນຢ່າງດີ.
ທິດທາງຍຸດທະສາດ
ໃນ 10 ປີຕໍ່ໜ້າ, ເປົ້າໝາຍຍຸດທະສາດແຫ່ງຊາດ, ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາອື່ນໆ ແມ່ນເພື່ອຫຼຸດຜ່ອນໄພຂົ່ມຂູ່ດ້ານມະນຸດສະທຳ ແລະ ເສດຖະກິດ-ສັງຄົມ ທີ່ເກີດຈາກລະເບີດບໍ່ທັນແຕກ ແລະ ເພື່ອສ້າງຂີດຄວາມສາມາດຂອງປະເທດຢ່າງຍືນຍົງ ທີ່ສາມາດແກ້ໄຂບັນຫາ ລບຕ ທີ່ຕົກຄ້າງທັງໝົດ. ຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ “ເສັ້ນທາງກ້າວສູ່ຄວາມປອດໄພ” ໄດ້ອະທິບາຍຢ່າງລະອຽດກ່ຽວກັບທິດທາງ ແລະ ກິດຈະກໍາທີ່ຕ້ອງຈັດຕັ້ງປະຕິບັດເພື່ອໃຫ້ ວິໄສທັດ ກາຍເປັນຈິງ.
ຕິດຕໍ່
ບ້ານ ສີສະຫວາດ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ
(+856) 21 213 804
info@nra.gov.la
