ຂ່າວຈາກເວັບໄຊ ຄຊກລ

ການພົບເຫັນໂບມໃຫຍ່ 1,000 ປອນ, ລະເບີດຕົກຄ້າງປາງສົງຄາມ ຢູ່ ບ້ານນ້ຳພາວ, ເມືອງຄຳເກີດ, ເເຂວງບໍລິຄຳໄຊ

⏰ August 11, 2025

ໃນວັນທີ 16 ກໍລະກົດ 2025 ທີ່ຜ່ານມາ, ທີ່ບ້ານນ້ຳພາວ, ເມືອງຄຳເກີດ, ແຂວງບໍລິຄຳໄຊ, ປະຊາຊົນທີ່ອາໄສຢູ່ໃນເຂດດັ່ງກ່າວພົບເຫັນລະເບີດທີ່ບໍ່ທັນແຕກຂະໜາດໃຫຍ່ໃນຂະນະທີ່ກຳລັງດຳເນີນການຂຸດດິນເພື່ອປຸກສ້າງເຮືອນ, ເຊີ່ງຈຸດທີ່ພົບເຫັນແມ່ນຫ່າງຈາກເຮືອນຂອງປະຊາຊົນພຽງເເຕ່ 5 ແມັດ. ໃນວັນທີ 23 ກໍລະກົດ 2025, ທີມງານຂອງ ກອງກວດກູ້ລະເບີດເພື່ອມະນຸດສະທຳຂອງກອງທັບປະຊາຊົນລາວ - ກອງ 58 ໄດ້ລົງພືື້ນທີ່ກວດສອບ ແລະ ຢືນຢັນວ່າລູກລະເບີດດັ່ງກ່າວ ແມ່ນໂບມໃຫຍ່ ລຸ້ນ GP M 44/M 56, ຟິວຫົວ 123 ເປັນຟິວເຄມີ (ລຸ້ນເກົ່າ), ມີນ້ຳໜັກປະມານ 1.000 ປອນ (ຫຼື ຫຼາຍກວ່າ 453 ກິໂລກຼາມ) ທີ່ສາມາດກໍໃຫ້ເກີດລະເບີດທີ່ຮ້າຍແຮງ ຕໍ່ຊັບສິນຂອງປະຊາຊົນ ໃນລັດສະໝີວົງກວ້າງເຖິງ 1,500 ເເມັດ. ການພົບເຫັນລະເບີດໂບມໃຫຍ່ທີ່ມີຄວາມອັນຕະລາຍ ແລະ ຄວາມສ່ຽງສູງ ຄັ້ງນີ້ ເປັນກໍລະນີິທີ່ພົບເຫັນໄດ້ຍາກ ໃນວຽກງານສໍາຫຼວດກວດກູ້ ລບຕ ຢູ່ ສປປ ລາວ ເນື່ອງຈາກຂະໜາດ ແລະ ນ້ຳໜັກອັນມະຫາສານຂອງລະເບີດ ແລະ ມີໄລຍະທີ່ຕັ້ງທີ່ນອນຢູ່ໃນລັດສະໝີທີ່ໃກ້ກັບເຂດຊຸມຊົນທີ່ຢູ່ອາໄສຂອງປະຊາຊົນພົນລະເຮືອນ ສປປ ລາວ. ການພົບເຫັນລະເບີດໂບມໃຫຍ່ດັ່ງກ່າວນີ້ ເປັນການຢໍ້າເຕືອນເຖິງອັນຕະລາຍ ແລະ ຄວາມສ່ຽງທີ່ປະຊາຊົນລາວໃນ ຫຼາຍຂົງເຂດທົ່ວປະເທດກໍາລັງປະເຊີນໜ້າຢູ່ຕະຫຼອດເວລາ, ໂດຍສະເພາະປະຊາຊົນທີ່ອາໄສຢູ່ໃນເຂດພື້ນທີ່ທີ່ມີລະເບີດ ບໍ່ທັນແຕກທີ່ຕົກຄ້າງ ແລະ ເປັນເຄື່ອງເຕືອນໃຈເຖິງຜົນກະທົບຂອງສົງຄາມ ແລະ ສິ່ງເສດເຫຼືອທີ່ຕົກຄ້າງ ທີ່ຍັງເປັນໄພຂົ່ມຂູ່ ແລະ ເປັນສິ່ງກີດຂວາງການພັດທະນາ ແລະ ການດໍາລົງຊິີວິດຂອງປະຊາຊົນລາວ ແລະ "ນີ້ກໍ່ແມ່ນ ສິ່ງຕົກຄ້າງປາງສົງຄາມທີ່ສືບຕໍ່ສົ່ງຜົນກະທົບຕໍ່ປະຊາຊົນລາວຢ່າງຫຼວງຫຼາຍ" ປັດຈຸບັນ, ທາງເຈົ້າໜ້າທີ່ສຳຫຼວດກວດກູ້ລະເບີດ, ກອງກວດກູ້ລະເບີດເພື່ອມະນຸດສະທຳຂອງກອງທັບປະຊາຊົນລາວ - ກອງ 58 ກໍ່ໄດ້ປະສານສົມທົບຢ່າງໃກ້ຊິດກັບ ອໍານາດການປົກຄອງທ້ອງຖິ່ນ ໄດ້ຕອບສະໜອງ ແລະ ລົງພືື້ນທີ່ຢ່າງທັນການເພື່ອກວດສອບ ແລະ ປະເມີນຈຸດທີ່ພົບເຫັນລະເບີດ ເພື່ອວາງແຜນກະກຽມການກວດກູ້ລະເບີດໃຫ້ໄດ້ຢ່າງປອດໄພ, ຫຼຸດຜ່ອນຄວາມສ່ຽງ ແລະ ຜົນເສຍຫາຍຕໍ່ກັບປະຊາຊົນໃນເຂດຊຸມຊົນ. ສປປ ລາວ ຍັງຄົງເປັນໜຶ່ງໃນປະເທດທີ່ຖືກຖິ້ມລະເບີດໃສ່ໜັກທີ່ສຸດຕໍ່ຫົວຄົນໃນປະຫວັດສາດ, ເຊິ່ງສິ່ງຕົກຄ້າງດັ່ງກ່າວແມ່ນສືບຕໍ່ພັດພາກເອົາຊີວິດ ແລະ ປະຊາຊົນລາວຍັງຕ້ອງໄດ້ປະເຊີນໜ້າກັບລະເບີດທີ່ບໍ່ທັນເເຕກໃນການດຳລົງຊີວິດ, ໄພຂົ່ມຂູ່ຈາກ ລບຕ ນີ້ ໄດ້ເປັນສິ່ງກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງຊາດລາວທັງທາງກົງ ແລະ ທາງອ້ອມ. ໃນໄລຍະທີ່ຜ່ານມາ, ລັດຖະບານແຫ່ງ ສປປ ລາວ, ຮ່ວມກັບຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໄດ້ສຸມໃສ່ຄວາມພະຍາຍາມ ແລະ ມີຄວາມຄືບໜ້າຫຼາຍດ້ານໃນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນປະເທດເເລະ ເປັນປະເທດນໍາພາໃນການຈັດຕັ້ງປະຕິບັດພັນທະສົນທິສັນຍາສາກົນ ແລະ ເປັນປະເທດຕົ້ນໆທີ່ຮັບຮອງ ເອົາສົນທິສັນຍາ, ໂດຍສະເພາະ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ເຊິ່ງມີຜົນບັງຄັບໃຊ້ໃນ ນັບຕັ້ງແຕ່ ວັນທີ 1 ສິງຫາ 2010 ເປັນຕົ້ນມາ ແລະ ປີນີ້ ກໍຄົບຮອບ 15 ປີ ການມີຜົນບັງຄັບໃຊ້ ສົນທິສັນຍາດັ່ງກ່າວ. ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເເມ່ນ ສົນທິສັນຍາເເມ່ບົດທີ່ສຳຄັນໃນການຈັດຕັ້ງປະຕິບັດວຽກງານ ສປປ ລາວ ພວກເຮົາໄດ້ມີຄວາມຄືບໜ້າຫຼາຍຢ່າງທີ່ທີ່ພົ້ນເດັ່ນທີ່ເປັນຮູບປະທຳ ໂດຍໄດ້ເຮັດວຽກຢ່າງບໍ່ລົດລະເພື່ອ ສໍາຫຼວດກວດກູ້ເກັບກູ້ພື້ນທີ່ອັນຕະລາຍ, ເຮັດໃຫ້ຊຸມຊົນສາມາດນໍາໃຊ້ພື້ນທີ່ດິນໄດ້ຢ່າງປອດໄພ, ສາມາດປູກຝັງ, ແລະ ສ້າງພື້ນຖານໂຄງລ່າງທີ່ຈຳເປັນໃນການພັດທະນາໄດ້. ນັບແຕ່ປີ 1996 ຮອດປັດຈຸບັນ (1 ສິງຫາ 2025) ພວກເຮົາສາມາດກວດກູ້ພື້ນທີ່ໄດ້ 97,626.56 ເຮັກຕາ, ໃນນັ້ນເປັນພື້ນທີກະສິກຳ ຈໍານວນ 78,522.68 ເຮັກຕາ ແລະ ພື້ນທີ່ການພັດທະນາ ຈໍານວນ 19,103.88 ເຮັກຕາ, ແລະ ສາມາດທຳລາຍລະເບີດທັງໝົດ 2,047,292 ໜ່ວຍ, ໃນນັ້ນ ໂບມໃຫຍ່ 5,015 ໜ່ວຍ, ລະເບີດລູກຫວ່ານ 1,228,049 ໜ່ວຍ, ລະເບີດຝັງດິນ 2,782 ໜ່ວຍ, ສໍາພາວຸດ 811,446 ຊິ້ນສ່ວນ. ຍິ່ງໄປກວ່ານັ້ນ, ນັບແຕ່ປີ 2015 ເປັນຕົ້ນມາ, ພວກເຮົາໄດ້ສຸມໃສ່ວຽກງານ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ແກ່ 2,122 ຄົນ ແລະ ຈະສືບຕໍ່ຊ່ວຍເຫຼືອເພີ່ມອີກໃນອະນາຄົດ ໂດຍສະເພາະການສະໜັບສະໜູນທີ່ສໍາຄັນ ໃຫ້ແກ່ຜູ້ລອດຊີວິດ, ລວມທັງການສະໜອງການດູແລທາງການແພດ, ການຟື້ນຟູບໍາບັດ, ແລະ ການເຊື່ອມໂຍງກັບຄືນ ສູ່ເສດຖະກິດ-ສັງຄົມ. ນອກນັ້ນ, ກໍໄດ້ມີການລິເລີ່ມການ ໂຄສະນາສຶກສາຄວາມສ່ຽງຈາກ ລບຕ, ແລະ ໄລຍະທີ່ຜ່ານມາ ກໍໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຫຼາຍກວ່າ 39,964 ຄັ້ງ ແລະ ມີຜູ້ເຂົ້າຮ່ວມທັງໝົດຫຼາຍກວ່າ 5,430,626 ເທື່ອຄົນ, ໂດຍສະເພາະເດັກນ້ອຍ ເພື່ອແນໃສ່ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈໃນການປົກປ້ອງຕົນເອງຈາກອັນຕະລາຍຂອງ ລະເບີດບໍ່ທັນແຕກ. ໂຄງການ ເຫຼົ່ານີ້ມີຄວາມສຳຄັນຢ່າງຍິ່ງໃນການປ້ອງກັນ ແລະ ຫຼີກລ່ຽງ ອຸບັດຕິເຫດ, ການບາດເຈັບໃໝ່ ແລະ ເສີມສ້າງຄວາມປອດໄພໃຫ້ແກ່ຊຸມຊົນໃຫ້ຫຼາຍຂຶ້ນກວ່າເກົ່າ. ອີກອັນໜຶ່ງທີ່ເປັນຜົນງານອັນໂດດເດັ່ນຂອງ ສປປ ລາວ ແມ່ນການລວມເອົາວຽກງານການເເກ້ໄຂບັນຫາລະເບີດ ບໍ່ທັນແຕກເຂົ້າໃນວາລະແຫ່ງຊາດດ້ານການພັດທະນາ ລວມທັງຄາດໝາຍສູ້ຊົນໃນແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ແລະ ເຊື່ອມສານວຽກງານ ລບຕ ເຂົ້າໃນວາລະຂອງສາກົນ, ໂດຍສະເພາະ ການຮັບຮອງເອົາເປົ້າໝາຍ ການພັດທະນາແບບຍືນຍົງທີ 18 (SDG 18): "ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ" ທີ່ຖືກຮັບຮອງໃນປີ 2016. ເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດທີ່ເປັນເອກະລັກນີ້ ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ກໍເປັນອີກເງື່ອນໄຂພື້ນຖານໃນການບັນລຸເປົ້າໝາຍການພັດທະນາອື່ນໆ ລວມທັງຄວາມໝາຍໝັ້ນໃນການກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ, ກໍຄື ການລົບລ້າງຄວາມ ທຸກຍາກ, ສົ່ງເສີມຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການເຂົ້າເຖິງການສຶກສາ ແລະ ການດູແລສຸຂະພາບທີ່ດີ. ຄວາມພະຍາຍາມດັ່ງກ່າວນີ້, ມັນເປັນສິ່ງຢັ້ງຢືນເຖິງຄວາມຕັ້ງໃຈຂອງ ສປປ ລາວ ທີ່ຈະຮັບປະກັນວ່າອະດີດທີ່ໂສກເສົ້າ ຈະບໍ່ກຳນົດອະນາຄົດຂອງປະຊາຊົນຂອງພວກເຮົາອີກຕໍ່ໄປ. ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບຄວາມຄືບໜ້າ ແລະ ຄວາມພະຍາຍາມດັ່ງກ່າວ, ການພົບເຫັນລະເບີດຂະໜາດໃຫ່ຍຄັ້ງນີ້ ຢູ່ ບ້ານນ້ຳພາວ, ແຂວງບໍລິຄຳໄຊ ກໍເປັນອີກໜຶ່ງຮອງຮອຍທີ່ເປັນພຽງແຕ່ເສດສ້ຽວໜຶ່ງຂອງຈໍານວນລູກລະເບີດ ທີ່ຍັງບໍ່ທັນແຕກຈໍານວນມະຫາສານທີ່ຍັງຕົກຄ້າງຢູ່ຜືນແຜນດິນລາວເຮົາ ແລະ ພາລະອັນໜັກໜ່ວງໃນພາລະກິດ ວຽກງານການເກັບກູ້ລະເບີດທີ່ຈະຕ້ອງສືບຕໍ່ອີກຫຼາຍຮຸ່ນຄົນ. ການພົບເຫັນລະເບີດຂະໜາດໃຫ່ຍຄັ້ງນີ້ຍັງເປັນການ ຢໍ້າຄືນເຖິງຄວາມສຳຄັນໃນການປູກຈິດສຳນຶກ ແລະ ຄວາມເຂົ້າໃຈຂອງປະຊາຊົນ, ທັງພາຍໃນ ສປປ ລາວ ແລະ ຕ່າງປະເທດ, ກໍຄືເປັນສິ່ງເຕືອນໃຈທີ່ເຖິງຄວາມສຳຄັນຂອງການລະມັດລະວັງ ແລະ ການລາຍງານວັດຖຸທີ່ໜ້າສົງໄສຕໍ່ເຈົ້າໜ້າທີ່ເມື່ອພົບເຫັນໂດຍທັນທີ, ແລະ ໃນຂະນະດຽວກັນກໍສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງການສືບຕໍ່ ຮ່ວມມືໃນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບໍ່ວ່າຈະເປັນວຽກງານການ ສໍາຫຼວດກວດກູ້, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ແລະ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນປະກອບສ່ວນທັງດ້ານທຶນຮອນ ແລະ ເຕັກນິກທີ່ຈໍາເປັນໃນການແກ້ໄຂບັນຫາທີ່ສະຫຼັບສັບຊ້ອນ ແລະ ສິ່ງທ້າທາຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ທັງນີ້ກໍເພື່ອຮັບປະກັນຄວາມປອດໄພ, ການດໍາລົງຊີວິດທີ່ດີ ແລະ ຄວາມສົມບູນພູນສຸກຂອງປະຊາຊົນບັນດາເຜົ່າ ແລະ ສາມາດບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ ກໍຄື ເປົ້າໝາຍການພັດທະນາຂອງປະເທດ ໃຫ້ຈະເລີນຮຸ່ງເຮືອງເປັນກ້າວໆ.

ຕ້ອງການຊ່ວຍເຫຼືອ?

ຕິດຕໍ່ທີມງານເພື່ອຂໍຄວາມຊ່ວຍເຫຼືອ ຫຼື ສອບຖາມຂໍ້ມູນ