ຂ່າວຈາກເວັບໄຊ ຄຊກລ

ໄດ້ປະກາດຮັບຮອງ ແລະ ເປີດນຳໃຊ້ ມາດຕະຖານແຫ່ງຊາດກ່ຽວກັບວຽກງານສຳຫຼວດກວດກູ້ລະເບີດບໍ່ທັນແຕກ

⏰ January 7, 2026

ໃນວັນທີ 5 ທັນວາ 2025 ທີ່ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ຫ້ອງການຄະນະກຳມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ປະກາດຮັບຮອງ ແລະ ເປີດນຳໃຊ້ ມາດຕະຖານແຫ່ງຊາດກ່ຽວກັບວຽກງານສຳຫຼວດກວດກູ້ລະເບີດບໍ່ທັນແຕກ (NMAS) ສະບັບປັບປຸງ ປີ 2025 ຢ່າງເປັນທາງການ ໃນວາລະຂອງກອງປະຊຸມຂະເເໜງການເເກ້ໄຂບັນຫາລະເບີດບໍ່ທັນເເຕກທີ່ຕົກຄ້າງຢູ່ ສປປ ລາວ. NMAS ແມ່ນມາດຕະຖານລະດັບຊາດ, ເປັນມາດຕະຖານສະເພາະຂອງປະເທດ ທີ່ໄດ້ຖືກສ້າງຂຶ້ນຕາມມາດຕະຖານສາກົນວ່າດ້ວຍການສຳຫຼວດກວດກູ້ລະເບິດບໍ່ທັນເເຕກ (IMAS). ມາດຕະຖານນີ້ໄດ້ໃຫ້ຄຳແນະນຳທີ່ຄົບຖ້ວນສຳລັບການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດວຽກງານສຳຫຼວດກວດກູ້ລະເບີດບໍ່ທັນແຕກຢ່າງປອດໄພ, ມີປະສິດທິຜົນ, ແລະ ມີການປະສານງານກັນໃນຂອບເຂດທົ່ວປະເທດ. ມາດຕະຖານດັ່ງກ່າວກວມເອົາເສົ້າຄ້ຳດັ່ງນີ້: ການກວດກູ້ລະເບີດບໍ່ທັນແຕກ UXO ເເລະ ລະເບີດຝັງດິນ (Mine), ການໃຫ້ຄວາມຮູ້ກ່ຽວກັບວຽກງານໂຄສະນາສຶກສາຄວາມສ່ຽງໄພ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການທໍາລາຍຄັງອາວຸດ ແລະ ການຄຸ້ມຄອງຄຸນນະພາບ, ພ້ອມທັງໄດ້ປັບໃຫ້ສອດຄ່ອງກັບໄພຄຸກຄາມຈາກວັດຖຸລະເບີດ (EO) ແລະ ສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງຂອງ ສປປ ລາວ. ການປັບປຸງ NMAS ປີ 2025 ນີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນແຮງກ້າຂອງລັດຖະບານແຫ່ງ ສປປ ລາວ ໃນການເສີມສ້າງຄຸນນະພາບ, ຄວາມປອດໄພ ແລະ ປະສິດທິຜົນຂອງການປະຕິບັດວຽກງານລະເບີດບໍ່ທັນແຕກ. ດ້ວຍການສະໜັບສະໜູນຂອງຄູ່ຮ່ວມພັດທະນາ, ໂດຍສະເພາະແມ່ນລັດຖະບານ ການາດາ, ອົງການຮ່ວມມືສາກົນ ສ. ເກົາຫຼີ (KOICA), ແລະ ໂຄງການພັດທະນາຂອງສະຫະປະຊາຊາດ (UNDP), NMAS ສະບັບປັບປຸງນີ້ຈະເປັນເອກະສານອ້າງອີງຫຼັກສຳລັບພາກສ່ວນກ່ຽວຂ້ອງ ແລະ ຄູ່ຮ່ວມງານຈັດຕັ້ງປະຕິບັດທັງໝົດ. ໃນໂອກາດອັນສໍາຄັນນີ້, ຫ້ອງການ ຄຊກລ ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ການາດາ, KOICA, ແລະ UNDP ສໍາລັບການສະໜັບສະໜູນດ້ານທຶນຮອນ ແລະ ເຕັກນິກອັນລໍ້າຄ່າ ຢ່າງຕໍ່ເນື່ອງ, ເຊິ່ງໄດ້ເຮັດໃຫ້ການປັບປຸງ ແລະ ການຮັບຮອງ NMAS ປີ 2025 ນີ້ເປັນໄປໄດ້.

ຕ້ອງການຊ່ວຍເຫຼືອ?

ຕິດຕໍ່ທີມງານເພື່ອຂໍຄວາມຊ່ວຍເຫຼືອ ຫຼື ສອບຖາມຂໍ້ມູນ