ຂ່າວຈາກເວັບໄຊ ຄຊກລ

ຄະນະຜູ້ແທນຈາກປະເທດ ປະເທດໝູ່ເກາະ ໂຊໂລມອນ (Solomon Islands) ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອແລກປ່ຽນບົດຮຽນ ແລະ ວິຊາການກ່ຽວກັບວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ)

⏰ February 24, 2026

ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໃນນາມກອງເລຂາ ປະທານ ຄຊກລ ແລະ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນເເຕກທີ່ຍັງຕົກຄ້າງ ຢູ່ ສປປ ລາວ (ຫ້ອງການ ຄຊກລ) ໄດ້ຕ້ອນຮັບ ຄະນະຜູ້ແທນຈາກ ປະເທດໝູ່ເກາະ ໂຊໂລມອນ (Solomon Islands) ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 16–20 ກຸມພາ 2026 ເພື່ອສຶກສາ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານ ແລະ ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ). ຄະນະຜູ້ແທນຈາກ ປະເທດໝູ່ເກາະ ໂຊໂລມອນ ນໍາພາໂດຍ ທ່ານ Benzily Kasutaba, ຫົວໜ້າຫ້ອງການປະສານງານວຽກງານ ລບຕ ແຫ່ງຊາດ, ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງຍຸຕິທຳ ແລະ ກອງກຳລັງຕຳຫຼວດແຫ່ງຊາດ ໝູ່ເກາະໂຊໂລມອນ. ການຢ້ຽມຢາມຄັ້ງນີ້ ແມ່ນເນັ້ນໃສ່ການແລກປ່ຽນບົດຮຽນກ່ຽວກັບນະໂຍບາຍແຫ່ງຊາດ, ການວາງແຜນຍຸດທະສາດ ແລະ ການປະຕິບັດງານພາກສະໜາມ ເພື່ອແກ້ໄຂຜົນກະທົບໃນໄລຍະຍາວຈາກລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງຈາກປາງສົງຄາມ. ໃນໄລຍະການຢ້ຽມຢາມ, ຄະນະຜູ້ແທນໄດ້ເຂົ້າຮ່ວມກິດຈະກຳແລກປ່ຽນທາງດ້ານວິຊາການ ທັງຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງ ສະຫວັນນະເຂດ. ກິດຈະກຳທີ່ສຳຄັນປະກອບມີ: • ການປຶກສາຫາລືດ້ານນະໂຍບາຍ ແລະ ຍຸດທະສາດ: ພົບປະກັບກະຊວງການຕ່າງປະເທດ ແລະ ຫ້ອງການ ຄຊກລ ເພື່ອປຶກສາຫາລືກ່ຽວກັບ ກົນໄກການປະສານງານຂອງຂະແໜງການ ລບຕ, ວຽກງານນິຕິກໍາ, ແຜນຍຸດທະສາດ "ເສັ້ນທາງສູ່ຄວາມປອດໄພ III" ແລະ ການຫັນເປັນແຜນການແຫ່ງຊາດຂອງ ເປົ້າໝາຍການພັດທະນາແບບຍືນຍົງ ທີ 18 (ຊີວິດທີ່ປອດໄພຈາກ ລບຕ). ຄະນະຜູ້ແທນ ຍັງໄດ້ພົບປະກັ ແລະ ແລກປ່ຽນກັບບັນດາອົງການປະຕິບັດງານຢູ່ ສປປ ລາວ, ລວມທັງ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ), NPA, HI, JSI, MAG, The Halo Trust, JICA, Tetra Tech ແລະ ຜູ້ຕ່າງໜ້າຈາກ ສະຖານທູດ ສ. ອາເມລິກາ ອີກດ້ວຍ. • ການຢ້ຽມຢາມພາກສະໜາມ: ຄະນະໄດ້ລົງຢ້ຽມຢາມ ເມືອງເຊໂປນ, ແຂວງສະຫວັນນະເຂດ ເພື່ອເບິ່ງການປະຕິບັດງານກວດກູ້ ລບຕ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ), ລວມທັງການສຳຫຼວດທາງດ້ານວິຊາການ ແລະ ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ໂດຍ ອົງການ HALO Trust. • ການຊ່ວຍເຫຼືອຜູ້ເຄາະຮ້າຍ: ຢ້ຽມຢາມ ສູນ COPE ຢູ່ ນະຄອນຫຼວງວຽງຈັນ ເພື່ອສຶກສາກ່ຽວກັບການຟື້ນຟູໜ້າທີການ ແລະ ການບໍລິການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກ ລບຕ. "ການຢ້ຽມຢາມຄັ້ງນີ້ ເປັນໂອກາດສຳຄັນໃນການແລກປ່ຽນປະສົບການໃນການແກ້ໄຂຜົນກະທົບຂອງ ລບຕ ທີ່ຍັງຕົກຄ້າງຢູ່ພາຍໃນປະເທດ" ທ່ານຜູ້ຕາງໜ້າຈາກ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຂອງ ສປປ ລາວ ກ່າວເນັ້ນເຖິງຄວາມສຳຄັນຂອງ ການຮ່ວມມື ໃຕ້-ໃຕ້. ການຢ້ຽມຢາມມີຈຸດປະສົງເພື່ອໃຫ້ ປະເທດໝູ່ເກາະ ໂຊໂລມອນ ໄດ້ຮັບບົດຮຽນທີ່ສາມາດນຳໄປປັບໃຊ້ກັບສິ່ງທ້າທາຍຈາກລະເບີດຕົກຄ້າງໃນສະໄໝສົງຄາມໂລກຄັ້ງທີ II ຂອງຕົນ, ພ້ອມທັງເສີມສ້າງສາຍພົວພັນ ແລະ ການຮ່ວມມືສອງຝ່າຍລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ. “ການຢ້ຽມຢາມຄັ້ງນີ້ໄດ້ສະໜອງຄວາມຮູ້, ເຄື່ອງມື ແລະ ປະສົບການຕົວຈິງທີ່ມີຄຸນຄ່າໃຫ້ພວກເຮົາເພື່ອເສີມສ້າງຄວາມພະຍາຍາມຂອງຊາດໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ” ທ່ານ Benzily Kasutaba ກ່າວ, “ການຄຸ້ມຄອງຂະແໜງການລະເບີດບໍ່ທັນແຕກແມ່ນສິ່ງທ້າທາຍຮ່ວມກັນໃນທົ່ວປາຊີຟິກ ແລະ ການແລກປ່ຽນນີ້ເປີດເສັ້ນທາງໃໝ່ສຳລັບການຮ່ວມມື ແລະ ການແບ່ງປັນທັງດ້ານຄວາມຮູ້ ແລະ ປະສົບການໃຫ້ແກ່ຄະນະພວກເຮົາຢ່າງຫຼວງຫຼາຍ ແລະ ພວກເຮົາຮັບຮູ້ວ່າ ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ມີປະສົບການສູງໃນການປະຕິບັດງານ ແລະ ແກ້ໄຂ ບັນຫາ ລບຕ ເຊິ່ງໄດ້ນຳໄປສູ່ການຢ້ຽມຢາມສາກົນຄັ້ງທຳອິດຂອງພວກເຮົາໃນໂອກາດ” ການມາຢ້ຽມຢາມ ສປປ ລາວ ຂອງປະເທດໝູ່ເກາະໂຊໂລມອນ ໃນຄັ້ງນີ້ ກໍເປັນອີກກິດຈະກໍາປິ່ນອ້ອມໜື່ງ ໃນຖານະທີ່ ສປປ ລາວ ກໍາລັງດໍາເນີນການເປັນປະທານ ແລະ ເຈົ້າພາບການຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລູກຫວ່ານ ຮອບວຽນທີ 3 (3rd Review Conference of the Convention on Cluster Munitions) ທີ່ຈະຈັດຂື້ນ ໃນເດືອນກັນຍາ 2026 ຢູ່ ນະຄອນຫຼວງວຽງຈັນ ແລະ ທັງເປັນການຊຸກຍູ້ ແລະ ສົ່ງເສີມການເປັນພາຄີສາກົນ ເພື່ອໃຫ້ຫຼາຍປະເທດເຂົ້າມາຮ່ວມ ໃນສົນທິສັນຍາສົນທິສັນຍາວ່າດ້ວຍການເກືອດຫ້າມລູກຫວ່ານນີ້ຫຼາຍຂຶ້ນ.

ຕ້ອງການຊ່ວຍເຫຼືອ?

ຕິດຕໍ່ທີມງານເພື່ອຂໍຄວາມຊ່ວຍເຫຼືອ ຫຼື ສອບຖາມຂໍ້ມູນ