ຂ່າວຈາກເວັບໄຊ ຄຊກລ

ການຝຶກອົບຮົມຫຼັກສູດ ວິຊາການເກັບກູ້ ແລະ ທໍາລາຍລະເບີດ ຂັ້ນ 1

⏰ October 10, 2025

ໃນຕອນເຊົ້າຂອງ ວັນທີ 08 ຕຸລາ 2025 ທີ່ ສູນຝຶກອົບຮົມແຫ່ງຊາດ ດ້ານວຽກງານການແກ້ໄຂບັນຫາ ລບຕ ໄດ້ມີພິທີເປີດຊຸດຝຶກອົບຮົມຫຼັກສູດ “ວິຊາການເກັບກູ້ ແລະ ທໍາລາຍລະເບີດ ຂັ້ນ 1 (Explosive Ordnance Disposal Level 1 Training Course/EOD1)”. ໃນພິທີເປີດຊຸດຝຶກອົບຮົມອັນສໍາຄັນນີ້ ໃຫ້ກຽດເຂົ້າຮ່ວມກ່າວມີຄໍາເຫັນໂດຍ ທ່ານ ບຸນເພັງ ສີສະຫວັດ, ຫົວໜ້າຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ. ຜູ້ເຂົ້າຮ່ວມປະກອບມີ ຕາງໜ້າຈາກ ກະຊວງປ້ອງກັນປະເທດ, ຕາງໜ້າຈາກ ຫ້ອງການ ຄຊກລ, ຄູຝຶກ ແລະ ນັກຝຶກອົບຮົມ ທັງໝົດ 27 ທ່ານ ຍິງ 2 ທ່ານ. ການຝຶກອົບຮົມຫຼັກສູດ “ວິຊາການເກັບກູ້ ແລະ ທໍາລາຍລະເບີດ ຂັ້ນ 1 (Explosive Ordnance Disposal Level 1 Training Course/EOD1)” ຈັດຕັ້ງປະຕິບັດເລີ່ມແຕ່ ວັນທີ 06 – 31 ສິງຫາ 2025 ທີ່ ສູນຝຶກອົບຮົມແຫ່ງຊາດ ດ້ານວຽກງານການແກ້ໄຂບັນຫາ ລບຕ, ບ້ານອີ່ໄລໃຕ້, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ມີນັກຝຶກອົບຮົມທັງໝົດ 19 ທ່ານ ໃນນັ້ນປະກອບມີ ຫ້ອງການ ຄຊກລ 01 ທ່ານ ແລະ ກອງກວດກູ້ລະເບີດ ເພື່ອມະນຸດສະທໍາກອງທັບ (ກອງ 58). ການຝຶກແມ່ນຈະແບ່ງອອກເປັນ 02 ພາກ: ຝຶກອົບຮົມພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ຈຸດປະສົງເພື່ອຝຶກຊ້ອມການເກັບກູ້ລະເບີດຂັ້ນໃໝ່ ລະດັບ 1 (EOD Level 1) ໃຫ້ແກ່ທີມງານເພື່ອມະນຸດສະທໍາຂອງ ກະຊວງປ້ອງກັນປະເທດ ແລະ ຫ້ອງການ ຄຊກລ ໂດຍສະເພາະການສະໜັບສະໜູນໃຫ້ແກ່ ລັດຖະບານ ສປປ ລາວ ໃນການປະຕິບັດພັນທະທີ່ກໍານົດໃນ ມາດຕາ 04 ຂອງສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ແລະ ຫຼຸດຜ່ອນບັນຫາຜົນກະທົບຈາກ ລະເບີດລູກຫວ່ານ ແລະ ສໍາພາວຸດຕ່າງໆ ທີ່ຕົກຄ້າງຈາກ ປາງສົງຄາມໃຫ້ຫຼດລົງສູ່ລະດັບທີ່ເຮັດໃຫ້ປະຊາຊົນສາມາດດໍາລົງຊີວິດໄດ້ຢ່າງປອດໄພ ແລະ ບໍ່ເປັນອຸປະສັກກີດຂວາງໃຫ້ແກ່ການພັດທະນາ ແລະ ຕອບສະໜອງສະໜັບສະໜູນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືແຜນພັດທະນາເສດຖະກິດສັງຄົມຂອງແຂວງໃນພື້ນທີ່ໂຄງການຕັ້ງຢູ່.

ຕ້ອງການຊ່ວຍເຫຼືອ?

ຕິດຕໍ່ທີມງານເພື່ອຂໍຄວາມຊ່ວຍເຫຼືອ ຫຼື ສອບຖາມຂໍ້ມູນ