ຂ່າວຈາກເວັບໄຊ ຄຊກລ

ເກີດເຫດເດັກນ້ອຍ 5 ຄົນ ໄດ້ຮັບບາດເຈັບສາຫັດຈາກລະເບີດທີ່ຕົກຄ້າງເເຕ່ປາງສົງຄາມ

⏰ November 24, 2025

ໃນວັນທີ 20 ພະຈິກ 2025 ທີ່ຜ່ານມາ, ທີ່ບ້ານຫີນລັບ, ເມືອງບົວລະພາ, ແຂວງຄຳມ່ວນ ໄດ້ເກີດອຸບັດຕິເຫດອັນໂສກເສົ້າອີກຄັ້ງ ຈາກລູກລະເບີດທີ່ຍັງບໍ່ທັນແຕກເເຕ່ປາງສົງຄາມ ເຮັດໃຫ້ເດັກຊາຍນ້ອຍ 5 ຄົນ ໄດ້ຮັບບາດເຈັບສາຫັດ ທີ່ຈະປ່ຽນຊີວິດຂອງພວກເຂົາໄປຕະຫຼອດການ. ເຫດການໂສກເສົ້າໃນຄັ້ງນີ້ ເປັນການຢືນຢັນຢ່າງເຈັບປວດອິກຄັ້ງ ເຖິງແມ່ນວ່າສົງຄາມຈະສິ້ນສຸດລົງໄປກວ່າ 50 ປີ ແລ້ວກໍຕາມ ແຕ່ຄວາມມອັນຕະລາຍອັນໂຫດຮ້າຍຂອງ ລະເບີດບໍ່ທັນແຕກທີ່ຕົກຄ້າງ (ລບຕ) ຍັງຄົງສືບຕໍ່ທຳຮ້າຍຊີວິດຂອງຜູ້ບໍລິສຸດໃນແຜ່ນດິນລາວ. ເຫດການໃນຄັ້ງນີ້ເກີດຂຶ້ນໃນວັນທຳມະດາທີ່ເເສນສະຫງົບ ທີ່ລູກຫຼານນ້ອຍຂອງພວກເຮົາກຳລັງພາກັນໄປຫາຂອງກິນເພື່ອລ້ຽງຊີບຢູ່ໃນປ່າ ຫ່າງຈາກເສັ້ນທາງໃນບ້ານພຽງແຕ່ 72 ແມັດເທົ່ານັ້ນ. ອີງຕາມບົດລາຍງານເບື້ອງຕົ້ນຂອງ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຫ້ອງການ ຄຊກລ), ກຸ່ມເດັກນ້ອຍຊາຍ 5 ຄົນ ໄດ້ພາກັນໄປຂຸດກະປູ ເຊິ່ງເປັນວິຖີຊີວິດການຫາກິນປົກກະຕິຂອງປະຊາຊົນທ້ອງຖິ່ນ ໃນຂະນະນັ້ນ ພວກເຂົາໄດ້ພົບເຫັນວັດຖຸໂລຫະ ດ້ວຍຄວາມບໍ່ຮູ້ວ່າໂລຫະນ້ອຍໆນັ້ນ ແທ້ຈິງແລ້ວເເມ່ນ ລູກລະເບີດບົ່ມບີ ປະເພດ BLU-26 ທີ່ມີອານຸພາບອັນຮ້າຍແຮງ, ພວກເຂົາຈຶ່ງໄດ້ເຂົ້າໄປມຸງເບິ່ງດ້ວຍຄວາມຢາກຮູ້ຢາກເຫັນ. ທັນໃດນັ້ນ ລະເບີດກໍ່ໄດ້ແຕກຂຶ້ນ ແລະ ໄດ້ພາກເອົາຄວາມບໍລິສຸດຂອງໄວເດັກນ້ອຍໄປ ແລະ ສ້າງບາດແຜທາງກາຍອັນສາຫັດໄວ້ແທນ. ຕາມການລາຍງານໄດ້ແຈ້ງໃຫ້ຊາບວ່າ ຜູ້ເຄາະຮ້າຍມີທັງໝົດ 5 ຄົນ ເປັນເດັກຊາຍ (ອາຍຸ 8 ປີ 3 ຄົນ ແລະ 12 ປີ 2 ຄົນ), ໃນນັ້ນເດັກ 4 ຄົນ ແມ່ນໄດ້ຮັບບາດເຈັບສາຫັດ ແລະ ເດັກອີກຄົນແມ່ນໄດ້ຮັບບາດເຈັບພຽງເລັກນ້ອຍ. ຜົນຮ້າຍຈາກລະເບີດຄັ້ງນີ້ເຮັດໃຫ້ເດັກນ້ອຍຜູ້ໜຶ່ງ ຕ້ອງສູນເສຍດວງຕາທັງສອງຂ້າງຈົນຕາບອດ ແລະ ອີກຜູ້ໜຶ່ງເສຍອົງຄະ - ມືຂວາກຸດ. ສ່ວນເດັກນ້ອຍຄົນທີ່ເຫຼືອ ທີ່ຢືນຢູ່ທາງຫຼັງໝູ່ ໄດ້ຮັບບາດເຈັບປານກາງ ແລະ ເລັກນ້ອຍ, ແຕ່ບາດແຜທາງຈິດໃຈຂອງທັງ 5 ຄົນ ຄົງຈະຝັງເລິກຍາກທີ່ຈະປິ່ນປົວໄດ້. "ພວກເຂົາພຽງແຕ່ໄປຂຸດກະປູ" ຍາດພີ່ນ້ອງຂອງເດັກຜູ້ໜຶ່ງກ່າວທັງນໍ້າຕາ ຢູ່ທີ່ໂຮງໝໍແຂວງ "ພວກເຂົາພຽງແຕ່ຫຼິ້ນຕາມປະສາເດັກນ້ອຍ. ແຕ່ຕອນນີ້... ຜູ້ໜຶ່ງຕ້ອງຕາບອດ. ເປັນຫຍັງເຫດການແບບນີ້ຈຶ່ງຍັງເກີດຂຶ້ນຢູ່? ສົງຄາມລະເບີດນີ້ ຍັງຈະສືບຕໍ່ທຳຮ້າຍລູກຫຼານຂອງພວກເຮົາໄປອີກດົນປານໃດ?" ປັດຈຸບັນ, ຫ້ອງການ ຄຊກລ ໄດ້ເລັ່ງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະອໍານາດການປົກຄອງທ້ອງຖິ່ນ ແລະ ອົງການປະຕິບັດງານ John Snow Inc (JSI) ພາຍໃຕ້ ກອງທຶນຊ່ວຍເຫຼືອຜູ້ຖຶກເຄາະຮ້າຍຈາກ ລບຕ ຂອງ ກະຊວງການຕ່າງປະເທດ ສ. ອາເມລິກາ ເພື່ອເລັ່ງໃຫ້ການຊ່ວຍເຫຼືອທາງດ້ານການແພດ ແລະ ປິ່ນປົວຈິດໃຈແກ່ຜູ້ເຄາະຮ້າຍ ແລະ ຄອບຄົວໃນຄັ້ງນີ້. ສະເພາະປີ 2025 ໄດ້ມີອຸບັດຕິເຫດຈາກ ລະເບີດບໍ່ທັນແຕກເກີດຂຶ້ນແລ້ວທັງໝົດ 11 ຄັ້ງ, ມີຜູ້ຖືກເຄາະຮ້າຍທັງໝົດ 21 ຄົນ, ບາດເຈັບ 16 ຄົນ ແລະ ເສຍຊີວິດ 5 ຄົນ, ແລະ ຜູ້ເຄາະຮ້າຍທີ່ກຳລັງໄດ້ຮັບການປິ່ນປົວຂັ້ນສຸກເສີນໃນຂະນະນີ້ ໄດ້ກາຍເປັນສ່ວນໜຶ່ງຂອງສະຖິຕິປະຊາຊົນລາວຫຼາຍພັນຄົນ ທີ່ຕົກເປັນເຫຍື່ອຂອງ "ສົງຄາມ", ເຊິ່ງໃນນັ້ນເດັກນ້ອຍແມ່ນກວມເອົາກວ່າ 40 ເປີເຊັນ ຂອງຜູ້ເຄາະຮ້າຍທັງໝົດ. ວິກິດການທີ່ຍັງບໍ່ສິ້ນສຸດນີ້ ເຮັດໃຫ້ພື້ນທີ່ທຳການຜະລິດກວ້າງໃຫຍ່ ບໍ່ມີຄວາມປອດໄພສຳລັບການກະສິກຳ, ການພັດທະນາ ແລະ ທີ່ໂຫດຮ້າຍທີ່ສຸດ ແມ່ນບໍ່ປອດໄພສຳລັບການຫຼິ້ນຂອງເດັກນ້ອຍ. ລູກລະເບີດ BLU-26 ຫຼື ທີ່ຮູ້ຈັກກັນໃນນາມ "ບົ່ມບີ" ແມ່ນເສດເຫຼືອຈາກລະເບີດລູກຫວ່ານກວ່າ 270 ລ້ານໜ່ວຍ ທີ່ຖືກຖິ້ມລົງໃສ່ ສປປ ລາວ ໃນລະຫວ່າງປີ 1964 ຫາ 1973 ແລະ ມີການຄາດຄະເນວ່າປະມານ 30% ຫຼື 80 ລ້ານໜ່ວຍ ທີ່ຍັງບໍ່ທັນແຕກ ແລະ ຕົກຄ້າງຢັ່ງຢາຍຢູ່ທົ່ວພື້ນທົ່ວປະເທດທີ່ ຄືກັບກັບລະເບີດທີ່ລໍຖ້າເວລາ. ການຢັງຢາຍຢູ່ຂອງລະເບີດບໍ່ທັນແຕກ ຍັງສືບຕໍ່ບີບຮັດຊີວິດການເປັນຢູ່ຂອງຊຸມຊົນໃນເຂດຊົນນະບົດ, ບັງຄັບໃຫ້ຊຸມຊົນທ້ອງຖິ່ນຕ້ອງເຮັດການຜະລິດບົນພື້ນທີ່ອັນຕະລາຍ ແລະ ປ່ຽນກິດຈະກຳທຳມະດາ ເຊັ່ນ ການຍ່າງໄປໂຮງຮຽນ ຫຼື ການຊອກຢູ່ຫາກິນ ໃຫ້ກາຍເປັນການສ່ຽງຊີວິດກັບປະຫວັດສາດທີ່ໂຫດຮ້າຍ. ເຫດການຄັ້ງຫຼ້າສຸດນີ້ ບໍ່ແມ່ນພຽງແຕ່ຕົວເລກສະຖິຕິໃໝ່ ແຕ່ມັນຄືໄພຄຸກຄາມ ທີ່ທຳລາຍຄອບຄົວ, ໝູ່ບ້ານ ແລະ ຄວາມຫວັງຂອງຊາດ ທີ່ຈະມີອະນາຄົດທີ່ປອດໄພ. ຊີວິດຂອງເດັກນ້ອຍ 5 ຄົນນີ້ ໄດ້ຖືກປ່ຽນແປງໄປຕະຫຼອດການ ດ້ວຍອາວຸດທີ່ບໍ່ຄວນຈະມີຢູ່ໃນໂລກນີ້. ລັດຖະບານລາວ ແລະ ຄູ່ຮ່ວມພັດທະນາສາກົນ ຍັງຄົງສືບຕໍ່ເຮັດວຽກຢ່າງໜັກ ເພື່ອກວດກູ້ດິນແດນທີ່ປົນເປື້ອນອັນຕະລາຍຈາກ ລບຕ, ແຕ່ບັນຫາ ລບຕ ມັນໄດ້ຮຽກຮ້ອງໃຫ້ມີການສືບຕໍ່ການຮ່ວມມືກັນກັບທຸກພາກສ່ວນ ທັງພາຍໃນ ແລະ ສາກົນ ໂດຍສະເພາະ ຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນ ຢ່າງຮີບດ່ວນ ແລະ ມີຄວາມຕໍ່ເນື່ອງ ເພາະທຸກໆນາທີທີ່ຊັກຊ້າ ກໍໝາຍເຖິງບົ່ມບີອີກໜ່ວຍໜຶ່ງ ທີ່ຍັງລໍຖ້າປ່ຽນຄວາມຢາກຮູ້ຢາກເຫັນຂອງເດັກນ້ອຍ ໃຫ້ກາຍເປັນຄວາມເຈັບປວດຕະຫຼອດຊີວິດ. ຫ້ອງການ ຄຊກລ ຂໍຮຽກຮ້ອງມາຍັງປະຊາຊົນທຸກທົ່ວໜ້າ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ທ້ອງຖິ່ນທັນທີ ຫາກພົບເຫັນວັດຖຸໂລຫະທີ່ຕ້ອງສົງໄສ ແລະ ປະຕິບັດຕາມຄຳແນະນຳການສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກຢ່າງເຂັ້ມງວດ, ຫ້າມຈັບ, ຫ້າມເຄື່ອນຍ້າຍ ເເລະ ໃຫ້ແຈ້ງເຈົ້າໜ້າທີ່ຢ່າງຮີບດ່ວນ. ເດັກນ້ອຍແມ່ນມີຄວາມສ່ຽງສູງເປັນພິເສດ, ອໍານາດການປົກຄອງທ້ອງຖິ່ນ, ພໍ່ແມ່ຜູ້ປົກຄອງ ແລະ ຄູອາຈານ ຕ້ອງໄດ້ຍ້າເຕືອນກົດລະບຽບຄວາມປອດໄພເຫຼົ່ານີ້ ໃຫ້ແກ່ລູກຫຼານທຸກໆມື້.

ຕ້ອງການຊ່ວຍເຫຼືອ?

ຕິດຕໍ່ທີມງານເພື່ອຂໍຄວາມຊ່ວຍເຫຼືອ ຫຼື ສອບຖາມຂໍ້ມູນ