ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອລ້າເປັນມູນຄ່າ 673 ລ້ານເຢນ ຫຼື 4,5 ລ້ານໂດລາສະຫະລັດ ເພື່ອວຽກງານເກັບກູ້ລະເບີດບໍ່ທັນແຕກ ຢູ່ພາກໃຕ້ຂອງ ສປປ ລາວ (ໄລຍະ 3)
ໃນຕອນບ່າຍຂອງ ວັນທີ 20 ຕຸລາ 2025 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ – ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຈັດພິທີລົງນາມເອກະສານແລກປ່ຽນການຊ່ວຍເຫຼືອລ້າໃນໂຄງການ “ພັດທະນາທ້ອງຖິ່ນ ຜ່ານການການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ພາກໃຕ້ຂອງ ສປປ ລາວ (ໄລຍະ 3). (The Project for the Regional Development through Acceleration of the Clearance of Unexploded Ordnance in the Southern Region Phase III)” ໂດຍການລົງນາມຢ່າງເປັນທາງການຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ໂຄອິຊຸມິ ສຶໂຕະມຸ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ. ໂດຍລັດຖະບານຍີ່ປຸ່ນ ສະໜອງການຊ່ວຍເຫຼືອລ້າເປັນມູນຄ່າ ຫົກຮ້ອຍເຈັດສິບສາມລ້ານເຢນ (¥673,000,000 JPY) ຫຼື 4.5 ລ້ານໂດລາສະຫະລັດ (USD $4.5 million), ໃຫ້ແກ່ ສປປ ລາວ, ເພື່ອສຸມໃສ່ການພັດທະນາ ຄວາມສາມາດຂອງໂຄງການເກັບກູ້ລະເບີດເເຫ່ງຊາດຢູ່ພາກໃຕ້ຂອງ ສປປ ລາວ. ການຊ່ວຍເຫຼືອໃນຄັ້ງນີ້ເປັນການຊ່ວຍເຫຼືອຂອງໄລຍະທີສາມ ວຽກງານເກັບກູ້ລະເບີດບໍ່ທັນແຕກ (ລບຕ) ໃນ 3 ແຂວງພາກໃຕ້ ທີ່ປັດບຈຸບັນຍັງມີລະເບີດບໍ່ທັນແຕກເປັນຈໍານວນຫຼວງຫຼາຍທີ່ຍັງຕົກຄ້າງຢູ່ ຄື: ແຂວງຈຳປາສັກ, ສາລະວັນ, ແລະ ເຊກອງ. ເປົ້າໝາຍຕົ້ນຕໍຂອງໂຄງການແມ່ນເພື່ອການສະໜອງການສະໜັບສະໜູນໂດຍກົງໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ເພື່ອຮັບປະກັນວ່າການສ້າງຂີດຄວາມສາມາດ ແລະ ການສະໜອງອຸປະກອນທີ່ຈໍາເປັນສໍາລັບການດໍາເນີນງານສໍາຫຼວດກວດກູ້ລະເບີດທີ່ຍັງຕົກຄ້າງ ໄດ້ໃນໄລຍະຍາວ ແລະ ມີຄວາມຍືນຍົງ ແລະ ມີປະສິດທິພາບ. ທຶນດັ່ງກ່າວຈະຖືກຈັດສັນໃຫ້ແກ່ຂົງເຂດທີ່ສໍາຄັນຄື: ສະໜອງທຶນໃຫ້ແກ່ການປະຕິບັດງານພາກສະໜາມໃນ 3 ແຂວງພາກໃຕ້ ເພື່ອສໍາຫຼວດກວດກູ້ພື້ນທີ່ອັນຕະລາຍທີ່ໄດ້ຮັບການຢັ້ງຢືນ (CHAs), ສະໜອງອຸປະກອນທີ່ສໍາຄັນໃນວຽກງານສໍາຫຼວດກວດກູ້, ລວມທັງ ພາຫະນະຂົນສົ່ງໜັກ ແລະ ເບົາ (ລົດບັນທຸກຕິດລໍ້ພ່ວງ ແລະ ລົດບັນທຸກ), ເຄື່ອງກວດຈັບລະເບີດທີ່ທັນສະໄໝ (ເຊັ່ນ: ລຸ້ນ Vallon ແລະ Ebinger), ແລະ ອຸປະກອນໄອທີ ແທັບເລັດດິຈິຕອລ ເພື່ອປັບປຸງການຄຸ້ມຄອງຂໍ້ມູນ ແລະ ການລາຍງານໃນພາກສະໜາມ ເເລະ ການເສີມສ້າງການຕິດຕາມກວດກາ ລວມທັງຄ່າໃຊ້ຈ່າຍສໍາລັບກິດຈະກໍາ ແລະ ວຽກງານການຄຸ້ມຄອງ ແລະ ຈັດການທີ່ສໍາຄັນ, ເຊັ່ນ ການສໍາຫຼວດຜົນກະທົບທາງດ້ານສັງຄົມ-ເສດຖະກິດ, ແລະ ການກວດສອບບັນຊີ ເປັນຕົ້ນ ເພື່ອຮັບປະກັນການນໍາໃຊ້ທຶນທີ່ມີຄວາມຈະແຈ້ງ ແລະ ຄວາມໂປ່ງໃສໃນລະດັບສູງສຸດ. ໂຄງການໄລຍະ 3 ດັ່ງກ່າວນີ້ແມ່ນມີຄວາມໝາຍຄວາມສໍາຄັນຕໍ່ກັບ ສປປ ລາວ, ໂດຍສະເພາະແມ່ນການບັນລຸຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຫຼື SDG 18: ຊີວິດປອດໄພຈາກ ລບຕ. ປັດຈຸບັນ, ບັນຫາຂອງ ລບຕ ຍັງຄົງເປັນອຸປະສັກອັນຕົ້ນຕໍ່ທີ່ສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ທັງເປັນການກີດຂວາງການຜະລິດກະສິກໍາ, ໂຄງການພັດທະນາພື້ນຖານໂຄງລ່າງ ແລະ ການດໍາລົງຊີວິດໂດຍລວມຂອງຊຸມຊົນໃນເຂດຊົນນະບົດ. ລັດຖະບານ ສປປ ລາວ ໄດ້ສືບຕໍ່ໃຫ້ບຸລິມະສິດແກ່ການກໍາຈັດອຸປະສັກນີ້ພາຍໃຕ້ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ 18, ເຊິ່ງເປັນເປົ້າໝາຍສະເພາະຂອງລາວ, ຄື: “ຊີວິດປອດໄພຈາກ ລບຕ.” ໃນໂອກາດັ່ງກ່າວນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໃນນາມຮອງປະທານຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັກແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ກ່າວເນັ້ນວ່າ: “ໃນໂອກາດທີ່ມີຄວາມໝາຍນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ສຳລັບການຊ່ວຍເຫຼືອຢ່າງຕໍ່ເນື່ອງໃນການແກ້ໄຂບັນຫາ ລບຕ ທີ່ເປັນສິ່ງເສດເຫຼືອເເຕ່ປາງສົງຄາມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ. ການຮ່ວມມືນີ້ແມ່ນສອດຄ່ອງກັບການຍົກລະດັບສາຍພົວພັນສອງຝ່າຍຂອງພວກເຮົາໃຫ້ເປັນ ‘ຄູ່ຮ່ວມຍຸດທະສາດຮອບດ້ານ’, ເພື່ອສືບຕໍ່ກ້າວໄປສູ່ອະນາຄົດແຫ່ງສັນຕິພາບ, ຄວາມປອດໄພ ແລະ ວັດທະນະຖາວອນ.” ໃນວາລະດຽວກັນ, ທ່ານ ເອກອັກຄະລັດຖະທູດ ແຫ່ງ ຍີ່ປູ່ນ ປະຈໍາ ສປປ ລາວ, ທ່ານ ໂຄອິຊຸມິ ກໍໄດ້ເນັ້ນໜັກວ່າ ຍີ່ປຸ່ນມີຄໍາໝັ້ນສັນຍາທີ່ຈະສະໜັບສະໜູນເປົ້າໝາຍແຫ່ງຊາດທີ່ສໍາຄັນນີ້. ທ່ານກ່າວວ່າ: "ວຽກງານເກັບກູ້ ລບຕ ແມ່ນມີຄວາມສໍາຄັນ ແລະ ຄວາມຈໍາເປັນໃນການຊ່ວຍເຫຼືອທາງດ້ານມະນຸດສະທໍາ; ມັນແມ່ນເງື່ອນໄຂພື້ນຖານສໍາລັບການພັດທະນາແບບຍືນຍົງ," ທ່ານໄດ້ກ່າວຕື່ມວ່າ: "ການຊ່ວຍເຫຼືອ ໃນໄລຍະສຸດ 3 ນີ້ແມ່ນສະແດງໃຫ້ເຫັນເຖິງຄໍາໝັ້ນສັນຍາທີ່ໜັກແໜ້ນຂອງລັດຖະບານຍີ່ປຸ່ນຕໍ່ການເປັນຄູ່ຮ່ວມຍຸດທະສາດກັບ ສປປ ລາວ, ເຊິ່ງຈະຮັບປະກັນວ່າ ສປປ ລາວ ຈະມີຜືນແຜ່ນດິນທີ່ປອດໄພສາມາດຖືກສົ່ງຄືນໃຫ້ປະຊາຊົນ, ສາມາດປະກອບສ່ວນໃຫ້ມີການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ແລະ ສ້າງອະນາຄົດທີ່ປອດໄພກວ່າເກົ່າ." ການສະໜັບສະໜູນໃໝ່ນີ້ສ້າງຂຶ້ນບົນພື້ນຖານການປະກອບສ່ວນອັນຍາວນານຂອງຍີ່ປຸ່ນໃຫ້ແກ່ຂະແໜງການ ລບຕ ໃນລາວ, ເຊິ່ງເສີມສ້າງຄວາມສາມາດຂອງປະເທດຊາດໃນການຄຸ້ມຄອງ ແລະ ດໍາເນີນງານການສໍາຫຼວດກວດກູ້ຢ່າງມີປະສິດທິພາບເພື່ອບັນລຸເປົ້າໝາຍໃນການຊ່ວຍເຫຼືອ ສປປ ລາວ, ກໍຄືປະຊາຊົນລາວ ໃຫ້ສາມາດອອກຈາກໄພຂົ່ມຂູ່ຂອງລະເບີດທີ່ບໍ່ທັນແຕກນີ້ໄດ້ໃນອະນາຄົດ.




