ຂ່າວຈາກເວັບໄຊ ຄຊກລ

ກອງປະຊຸມສໍາມະນາ EORE ພາຍໃຕ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ປີ 2025

⏰ June 19, 2025

ສປປ ລາວ, ໃນຖານະທີ່ເປັນປະເທດຜູ້ປະສານງານວຽກງານໂຄສະນາສຶກສາຄວາມສ່ຽງໄພລະເບີດບໍ່ທັນເເຕກ (EORE) ພາຍໃຕ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ຮ່ວມມືກັບໜ່ວຍງານສະນັບສະໜູນກາຈັດຕັ້ງປະຕິບັດສົນທິສັນຍາ ແລະ ສູນມະນຸດສະທໍາສາກົນນະຄອນເຈນີວາ, ໄດ້ຈັດກອງປະຊຸມສໍາມະນາຂຶ້ນໃນວັນທີ 16 ມິຖຸນາ 2025 ພາຍໃຕ້ຫົວຂໍ້: “ການຫັ່ນປ່ຽນຈາກການເປັນເຈົ້າການ ມາເປັນຜູ້ນຳພາໃນວຽກງານໂຄສະນາສຶກສາຄວາມສ່ຽງໄພ ຈາກ ລບຕ” ກອງປະຊຸມຄັ້ງນີ້ ເປັນເວທີສຳຄັນໃຫ້ກັບບັນດາລັດພາຄີ ແລະ ອົງການທີ່ຈັດຕັ້ງປະຕິບັດວຽກງານ EORE ໃນທົ່ວໂລກ ເພື່ອແລກປ່ຽນຍຸດທະສາດລະດັບຊາດ ແລະ ແບ່ງປັນປະສົບການໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງ EORE ເຊິ່ງຊ່ວຍປະກອບສ່ວນຊຸກຍູ້ຄວາມກ້າວໜ້າຂອງວຽກງານ EORE ໃນຂອບແຜນການຈັດຕັ້ງປະຕິບັດ 5 ປີລູຊານ 2021-2025. ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກທີ່ຕົກຄ້າງຢູ່ ສປປ ລາວ (NRA) ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ 4 ທ່ານ ເຊິ່ງໄດ້ຍົກໃຫ້ເຫັນບົດບາດອັນສຳຄັນຂອງ EORE ໃນການປົກປ້ອງພົນລະເຮືອນຈາກອັນຕະລາຍຂອງ ລບຕ. ຫ້ອງການ ຄຊກລ ໄດ້ແບ່ງປັນການວຽກງານບູລິມະສິດຂອງ ສປປ ລາວ ໃນການນຳພາ, ແລະ ເຊື່ອມສານ EORE ຢູ່ໃນຂະແໜງການ ລບຕ ແລະ ວຽກພັດທະນາອື່ນໆ. ສປປ ລາວ ຢືນຍັນຄວາມມຸ່ງໝັ້ນໃນການສົ່ງເສີມ ແລະ ຍົກລະດັບວຽກງານໂຄສະນາສຶກສາຄວາມສ່ຽງໄພລະເບີດບໍ່ທັນເເຕກ (EORE) ເພື່ອຮັບປະກັນໃຫ້ພົນລະເຮືອນທຸກຄົນຮັບຮູ້ເຖິງຄວາມສ່ຽງຂອງ ລບຕ ແລະ ຈັດຕັ້ງປະຕິບັດວຽກງານໄດ້ຢ່າງປອດໄພ ເພື່ອປົກປ້ອງຊີວິດຂອງປະຊາຊົນ.

ຕ້ອງການຊ່ວຍເຫຼືອ?

ຕິດຕໍ່ທີມງານເພື່ອຂໍຄວາມຊ່ວຍເຫຼືອ ຫຼື ສອບຖາມຂໍ້ມູນ