ຂ່າວຈາກເວັບໄຊ ຄຊກລ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ 3 ສະບັບ ຊຸກຍູ້ວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຄໍາມ່ວນ, ສປປ ລາວ, ຈັດຕັ້ງປະຕິບັດໂດຍອົງການເກັບກູລະເບີດ (MAG)

⏰ June 20, 2025

ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2025, ທີ່ໂຮງແຮມລາວພລາຊ່າ , ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MoU) ຈຳນວນ 3 ສະບັບລະຫວ່າງ ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ ຕົກຄ້າງ ຢູ່ ສປປ ລາວ ແລະ ອົງການເກັບກູ້ລະເບີດແມັກ (MAG) ປະຈໍາ ສປປ ລາວ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງຄໍາມ່ວນ, ເຊິ່ງຈະມີການຈັດຕັ້ງປະຕິບັດເລີ່ມແຕ່ມື້ໄດ້ຮັບການອະນຸມັດຈົນຮອດວັນທີ 31 ມີນາ 2026. ໂຄງການໃໝ່ເຫຼົ່ານີ້ມີຈຸດປະສົງເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ປະກອບສ່ວນເຂົ້າໃນເປົ້າໝາຍການພັດທະນາແບບຍືນຍົງ (SDG 18), ແລະ ເພີ່ມທະວີຄວາມປອດໄພຂອງປະຊາຊົນ. ການຈັດຕັ້ງປະຕິບັດໂຄງການດັ່ງກ່າວແມ່ນຈະເນັ້ນໃສ່ບັນດາໜ້າວຽກສໍາຄັນ ເປັນຕົ້ນແມ່ນວຽກງານການສຳຫຼວດ, ກວດກູ້ ລບຕ ອອກຈາກພື້ນທີ່ກະສິກຳ ແລະ ພື້ນທີ່ພັດທະນາ ທີ່ເປັນພື້ນທີ່ບຸລິມະສິດຂອງແຂວງ, ເມືອງ ແລະ ບ້ານເປົ້າໝາຍ. ໂຄງການທັງສາມໄດ້ຮັບທຶນຈາກ: 1. ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງສະຫະລາຊະອານາຈັກອັງກິດ (FCDO): ງົບປະມານ 875,368 ໂດລາສະຫະລັດ, ເນັ້ນໃສ່ວຽກງານການກວດກູ້, ສຳຫຼວດດ້ານວິຊາການ, ໂຄສະນາສຶກສາຄວາມສ່ຽງໄພ ຈາກລະເບີດບໍ່ທັນແຕກ ແລະ ທຳລາຍລະເບີດເຄື່ອນທີ່ ໃນເມືອງບົວລະພາ, ຍົມມະລາດ ແລະ ມະຫາໄຊ. 2. ມູນລະນິທິ Freeman Foundation (ສະຫະລັດອາເມລິກາ): ງົບປະມານ 507,156 ໂດລາສະຫະລັດ, ເນັ້ນໃສ່ວຽກງານການກວດກູ້ລະເບີດລູກຫວ່ານ ແລະ ລະເບີດຊະນິດອື່ນໆ ຢູ່ໃນເຂດເມືອງບົວລະພາ ແລະ ຍົມມະລາດ. 3. ທ່ານ Michael Ambler, ມູນລະນິທິການຟື້ນຟູປະເທດລາວ (ສະຫະລັດອາເມລິກາ): ງົບປະມານ 91,471 ໂດລາສະຫະລັດ, ເນັ້ນໃສ່ວຽກງານການທຳລາຍລະເບີດເຄື່ອນທີ່ໃນເມືອງບົວລະພາ, ຍົມມະລາດ, ມະຫາໄຊ ແລະ ໄຊບົວທອງ. ໃນບົດຄຳເຫັນ ຂອງ ທ່ານ ຫົວໜ້າຫ້ອງການ ຄຊກລ ໄດ້ກ່າວຄຳເຫັນຕໍ່ 3 ໂຄງການໃໝ່ທີ່ໄດ້ຮັບການອະນຸມັດນີ້ ມີຄວາມສຳຄັນຕໍ່ການສືບຕໍ່ວຽກງານເກັບກູ້ ລບຕ, ການສະໜັບສະໜູນເປົ້າໝາຍການພັດທະນາເສດຖະກິດ-ສັງຄົມຂອງແຂວງຄໍາມ່ວນ , ການປະກອບສ່ວນເຂົ້າໃນ SDGs 18 , ແລະ ການເພີ່ມທະວີຄວາມປອດໄພໃນຊີວິດການເປັນຢູ່ຂອງປະຊາຊົນ. ນອກຈາກນີ້, ທ່ານ ຍັງໄດ້ສະເໜີໃຫ້ຄະນະກຳມະການຄຸ້ມຄອງໂຄງການທຸກຂັ້ນ ເອົາໃຈໃສ່ຕິດຕາມ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດຢ່າງໃກ້ຊິດ. ຫ້ອງການ ຄຊກລ ຈະເຮັດໜ້າທີ່ຄຸ້ມຄອງມະຫາພາກ ແລະ ປະສານສົມທົບກັບກະຊວງ-ຂະແໜງການທີ່ກ່ຽວຂ້ອງທັງຂັ້ນສູນກາງ ແລະ ແຂວງ , ສະເໜີໃຫ້ ພະແນກການຕ່າງປະເທດແຂວງ, ເຊິ່ງເຮັດໜ້າທີ່ເປັນຈຸດປະສານງານຫຼັກ, ແລະ ອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດ, ກະກຽມຂຶ້ນແຜນໃນການ, ຕິດຕາມ, ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ເພື່ອຮັບປະກັນການນຳໃຊ້ງົບປະມານຢ່າງຖືກຕ້ອງ ແລະ ໄດ້ຮັບຜົນປະໂຫຍດສູງສຸດ. ທ່ານຍັງໄດ້ເນັ້ນໃຫ້ອົງການເກັບກູ້ລະເບີດແມັກໃຫ້ມີການປະສານສົມທົບຢ່າງໃກ້ຊິດກັບຄະນະກຳມະການທຸກຂັ້ນ ແລະ ປະຕິບັດຕາມໂຄງການໃຫ້ເປັນໄປຕາມກອບຂອງບົດບັນທຶກຄວາມເຂົ້າໃຈ ເພື່ອບັນລຸຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້, ທ່ານຍັງຕ່າງໜ້າໃຫ້ທຸກພາກສ່ວນສະແດງຄວາມຂອບໃຈມາຍັງຄະນະກຳມະການຂັ້ນແຂວງ ແລະ ເມືອງ , ພະແນກການຕ່າງປະເທດແຂວງ , ປະເທດຜູ້ໃຫ້ທຶນ ແລະ ອົງການເກັບກູ້ລະເບີດເເມັກ ປະຈຳ ສປປ ລາວ ທີ່ມີການລະດົມຂົນຂວາຍທຶນ ແລະ ການເອົາໃຈໃສ່ໃນການຄຸ້ມຄອງ, ວາງແຜນໃນການຈັດຕັ້ງປະຕິບັດໂຄງການ ແລະ ການປະສານສົມທົບກັບຄູ່ຮ່ວມງານແຕ່ລະຂັ້ນໃນການຈັດຕັ້ງປະຕິບັດວຽກງານຢ່າງມີປະສິດທິຜົນໃນອະນາຄົດ.

ຕ້ອງການຊ່ວຍເຫຼືອ?

ຕິດຕໍ່ທີມງານເພື່ອຂໍຄວາມຊ່ວຍເຫຼືອ ຫຼື ສອບຖາມຂໍ້ມູນ