ຂ່າວຈາກເວັບໄຊ ຄຊກລ

ກອງປະຊຸມຄະນະກໍາມະການ ຄຊກລ ປະຈຳປີ 2025

⏰ December 25, 2025

ໃນວັນທີ 19 ທັນວາ 2025, ກະຊວງການຕ່າງປະເທດ ໃນນາມ ປະທານ ແລະ ກອງເລຂາ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດ ກອງປະຊຸມຄະນະກໍາມະການ ຄຊກລ ປະຈຳປີ 2025 ຂຶ້ນ ຢູ່ທີ່ ໂຮງເເຮມ ອາມາຣີ, ເມືອງວັງວຽງ, ແຂວງວຽງຈັນ - ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສຸກສະນິດ ວົງພານຄຳ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວເປັນເວທີທີ່ສຳຄັນເພື່ອທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂະແໜງການລະເບີດບໍ່ທັນແຕກທີ່ຕົກຄ້າງ (ລບຕ) ຂອງປີ 2025 ແລະ ເພື່ອຮັບຮອງທິດທາງຍຸດທະສາດ, ການສະໜອງທຶນ ແລະ ບູລິມະສິດສຳລັບປີ 2026 ໂດຍມີຜູ້ແທນຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມຜ່ານທາງອອນລາຍ ຄື ບັນດາຮອງເຈົ້າເເຂວງ, ຫ້ອງວ່າການແຂວງ, ພະເເນກຕ່າງປະເທດ ແລະ ພະແນກກ່ຽວຂ້ອງພ້ອມທັງພາກສ່ວນຈັດຕັ້ງປະຕິບັດຕ່າງໆເຂົ້າຮ່ວມ ຫຼາຍກ່ວາ 100 ທ່ານ. ຈຸດປະສົງຫຼັກຂອງກອງປະຊຸມແມ່ນເພື່ອທົບທວນການຈັດຕັ້ງປະຕິບັດແຜນວຽກປະຈຳປີ 2025 ແລະ ປຶກສາຫາລືກ່ຽວກັບຮ່າງສຸດທ້າຍ ແລະ ການຮັບຮອງແຜນວຽກປະຈຳປີ 2026 ໂດຍໃຫ້ສອດຄ່ອງກັບ ແຜນພັດທະນາເສດຖິດ-ສັງຄົມແຫ່ງຊາດຫ້າປີ ຄັ້ງທີ X (2026-2030) ແລະ ແຜນຍຸດທະສາດແຫ່ງຊາດ “ເສັ້ນທາງປອດໄພ III” (SPF III) (2021-2030) ລວມທັງຂໍ້ສະເໜີແນະຂອງການລະດົມຊັບພະຍາກອນ ແລະ ທຶນຮອນເພື່ອຮັບປະກັນການດໍາເນີນງານຢ່າງຍືນຍົງ. ຍິ່ງໄປກວ່ານັ້ນ, ກອງປະຊຸມຍັງໄດ້ສຸມໃສ່ປຶກສາຫາລືການກະກຽມຄວາມພ້ອມຂອງ ສປປ ລາວ ໃນຖານະປະທານ ກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (The 3rd Review Conference of Convention on Cluster Munitions), ເຊິ່ງຈະຈັດຂື້ນໃນເດືອນກັນຍາ 2026 ແລະ ເປັນບົດບາດສຳຄັນທີ່ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ຕໍ່ການແກ້ໄຂບັນຫາລະເບີດບໍ່ທັນແຕກ. ໃນກອງປະຊຸມດັ່ງກ່າວ, ທ່ານ ບຸນເພັງ ສີສະຫວັດ, ຫົວໜ້າຫ້ອງການ ຄຊກລ ຍັງໄດ້ສະເໜີບົດລາຍງານ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ ລບຕ ຕໍ່ກອງປະຊຸມ ເຊິ່ງໃນຕະຫຼອດໄລຍະປີ 2025 ໄດ້ມີການໂຄສະນາສຶກສາຄວາມສ່ຽງໄພໃຫ້ແກ່ 718 ບ້ານ, ໄດ້ດໍາເນີນການສໍາຫຼວດແບບບໍ່ແມ່ນວິຊາການໄດ້ 193 ບ້ານ, ສາມາດສໍາຫຼວດແບບວິຊາການໄດ້ 15,183 ເຮັກຕາ, ໄດ້ດໍາເນີນການກວດກູ້ ລບຕ ໄດ້ 5,695 ເຮັກຕາ ແລະ ທໍາລາຍ ລບຕ ໄດ້ 62,821 ໜ່ວຍ, ໃນນັ້ນ ເປັນລະເບີດລູກຫວ່ານ 41,350 ໜ່ວຍ. ພ້ອມກັນນັ້ນ, ປີ 2025 ແມ່ນຍັງສືບຕໍ່ເຫັນເຖິງໄພຂົ່ມຂູ່ທີ່ຍັງມີຕໍ່ຊຸມຊົນ, ໂດຍສະເພາະແມ່ນໃນ ປີ 2025 ທີ່ໄດ້ບັນທຶກອຸບັດຕິເຫດ ລບຕ ເກີດຂຶ້ນທັງໝົດ 11 ຄັ້ງ ມີຜູ້ຖືກເຄາະຮ້າຍ 21 ຄົນ (ບາດເຈັບ 16 ຄົນ ແລະ ເສຍຊີວິດ 5 ຄົນ), ໂດຍເດັກນ້ອຍຍັງຄົງເປັນກຸ່ມທີ່ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ກວມເຖິງ 67 ສ່ວນຮ້ອຍ, ເຊິ່ງນັ້ນໄດ້ໝາຍເຖິງຄວາມຈຳເປັນໃນການເພີ່ມທະວີວຽກງານສໍາຫຼວດ-ກວດກູ້, ການໂຄສະນາສຶກສາຄວາມສ່ຽງຈາກ ລບຕ ທີ່ຕັ້ງເປົ້າໝາຍສະເພາະ. ສິ່ງທ້າທາຍໃນຂະແໜງການທີ່ຄາດວ່າຈະໄດ້ຮັບການປຶກສາຫາລືໂດຍ ຄະນະກໍາມະການ ຄຊກລ ປະກອບມີການປັບປຸງການປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງ, ການເສີມສ້າງກົນໄກການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ການແກ້ໄຂທ່າອ່ຽງຂອງການຫຼຸດລົງຂອງການສະໜັບສະໜູນທາງດ້ານການເງິນສໍາລັບຂະແໜງການ ລບຕ. ຜົນຂອງກອງປະຊຸມ ຄະນະກໍາມະການ ຄຊກລ ໃນຄັ້ງນີ້ ແມ່ນຈະກຳນົດເສັ້ນທາງ ສໍາລັບຂະແໜງການ ລບຕ ໃນປີ 2026 ແລະ ໃນຕໍ່ໜ້າ, ໂດຍສຸມໃສ່ຄວາມພະຍາຍາມຫຼຸດຜ່ອນຜູ້ຖືກເຄາະຮ້າຍ ແລະ ການປ່ອຍດິນປອດໄພ, ມີຜົນຜະລິດອອກມາຮັບໃຊ້ການພັດທະນາປະເທດຊາດ.

ຕ້ອງການຊ່ວຍເຫຼືອ?

ຕິດຕໍ່ທີມງານເພື່ອຂໍຄວາມຊ່ວຍເຫຼືອ ຫຼື ສອບຖາມຂໍ້ມູນ