
ຫ້ອງການ ຄຊກລ ເສີມສ້າງຄວາມເຂັ້ມແຂງດ້ານຄວາມສາມາດຜ່ານການຝຶກອົບຮົມການປະຖົມພະຍາບານເບື້ອງຕົ້ນ ໃຫ້ແກ່ພະນັກງານ
ໃນລະຫວ່າງວັນທີ 30–31 ຕຸລາ 2025, ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຫ້ອງການ ຄຊກລ) ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP), ໄດ້ຈັດການຝຶກອົບຮົມການປະຖົມພະຍາບານເບື້ອງຕົ້ນ ທີ່ສູນຝຶກອົບຮົມແຫ່ງຊາດ ວຽກງານລະເບີດບໍ່ທັນແຕກ ທີ່ບ້ານອີ່ໄລ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. •ຈຸດປະສົງຕົ້ນຕໍຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອ ເພີ່ມພູນຄວາມຮູ້ ແລະ ຝຶກຝົນທັກສະພາກປະຕິບັດ ດ້ານການປະຖົມພະຍາບານເບື້ອງຕົ້ນ ໃຫ້ແກ່ພະນັກງານຂອງຫ້ອງການ ຄຊກລ, ໂດຍສະເພາະແມ່ນພະນັກງານຈາກພາກສ່ວນ ວຽກງານປະຕິບັດການ ແລະ ຄຸ້ມຄອງຄຸນນະພາບ (OQM), ທີ່ເປັນບຸກຄະລາກອນໃນພາກສະໜາມ ທີ່ມັກຈະປະເຊີນກັບອັນຕະລາຍທັງຈາກຄວາມຮ້ອນ, ອຸບັດເຫດ ຫຼື ແມ່ນແຕ່ອຸບັດຕູເຫດຈາກລະເບີດທີ່ບໍ່ທັນເເຕກ. ການຝຶກອົບຮົມນີ້ຊ່ວຍຫຼຸດຜ່ອນຄວາມຮ້າຍແຮງຂອງການບາດເຈັບ, ຊ່ວຍຊີວິດໃນສະຖານະການຄັບຂັນ ແລະ ສົ່ງເສີມໃຫ້ການປະຕິບັດງານໃນພາກສະໜາມມີຄວາມປອດໄພ ແລະ ມີປະສິດທິຜົນຫຼາຍຂຶ້ນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 16 ຄົນ ແລະ ນຳພາໂດຍ ຄູຝຶກແພດມືອາຊີບ 4 ທ່ານ. •ຊຸດການຝຶກອົບຮົມໄດ້ ລວມເອົາບົດຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຂົ້າໃນການສິດສອນ, ເຊິ່ງໄດ້ກວມເອົາຂັ້ນຕອນການຊ່ວຍເຫຼືອຊີວິດທີ່ຈຳເປັນ, ເຕັກນິກການຮັບມືກັບເຫດສຸກເສີນ, ແລະ ລະບຽບການດ້ານຄວາມປອດໄພທີ່ກ່ຽວຂ້ອງກັບວຽກງານພາກສະໜາມຂອງຂະເເໜງການເກັບກູ້ລະເບີດບໍ່ທັນແຕກ. •ການລິເລີ່ມຄັ້ງນີ້ສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງ ຫ້ອງການ ຄຊກລ ໃນການສົ່ງເສີມສ້າງຄວາມເຂັ້ມແຂງດ້ານຄວາມສາມາດຂອງຊັບພະຍາກອນມະນຸດ ແລະ ການຮັບປະກັນວ່າພະນັກງານມີຄວາມພ້ອມຢ່າງດີໃນການຮັບມືກັບເຫດສຸກເສີນທີ່ອາດຈະເກີດຂຶ້ນໃນລະຫວ່າງການປະຕິບັດງານກ່ຽວກັບລະເບີດບໍ່ທັນແຕກ. ການຝຶກອົບຮົມດັ່ງກ່າວຍັງສະໜັບສະໜູນຄວາມພະຍາຍາມ ໃນການສືບຕໍ່ປັບປຸງຄຸນນະພາບ, ຄວາມປອດໄພ ແລະ ປະສິດທິຜົນຂອງການເກັບກູ້ລະເບີດບໍ່ທັນແຕກໃນ ສປປ ລາວ.




