
ຫ້ອງການ ຄຊກລ ເຂົ້າຮ່ວມ ແລະ ຕັ້ງບູດສ໌ ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 14
⏰ November 19, 2025
ໃນວັນທີ 19 ພະຈີກ 2025, ຫ້ອງການຄະນະກຳມະການເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຫ້ອງການ ຄຊກລ) ໄດ້ເຂົ້າຮ່ວມ ເເລະ ປະກອບສວນຕັ້ງບູດສ໌ວາງສະເເດງຜົນການການເຄື່ອນໄຫວປະຕິບັດວຽກງານຂະເເໜງລະເບີດບໍ່ທັນເເຕກ ທີ່ກອງປະຊຸມໂຕະມົນ ລະດັບສູງຄັ້ງທີ 14 ພາຍໃຕ້ຫົວຂໍ້ "ເພີ່ມທະວີເປັນຄູ່ຮ່ວມ ເພື່ອການພັດທະນາ ທີ່ມິປະສິດທິຜົນ ເຂົ້າໃນການຈັດຕັ້ງປະຕິບັດເເຜນພັດທະນາເສດຖະກິດ ເເຫ່ງຊາດ 5 ປີ ຄັ້ງທີ 10 (2026-2030 ເພື່ອພ້ອມກັນກ້າວສູ່ການຫຼຸດພົ້ນອອກຈາກສະຖານະດ້ອຍພັດທະນາ ຢ່າງໝັ້ນທ່ຽງ, ມີສະເຖຍລະພາບ ເເລະ ບັນລຸເປົ້າໝາຍການພັດທະນາເເບບຍືນຍົງ"




