ຂ່າວຈາກເວັບໄຊ ຄຊກລ

ຫ້ອງການ ຄກລ ແຂວງສາລະວັນ ລາຍງານການພົບເຫັນລະເບີດ MK 82 ນໍ້າໜັກ 500 ປອນ

⏰ November 24, 2025

ໃນວັນທີ 08 ພະຈິກ 2025 ທີ່ຜ່ານມາ ຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ (ຫ້ອງການ ຄກລ /UXO Lao) ປະຈໍາ ແຂວງສາລະວັນ ໄດ້ລາຍງານໃຫ້ຊາບວ່າ ໄດ້ພົບເຫັນລະເບີດໃຫຍ່ປະເພດ MK 82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງບໍ່ທັນແຕກ ແລະ ມີຄວາມອັນຕະລາຍສູງ. ລະເບີດດັ່ງກ່າວແມ່ນຖືກພົບເຫັນໂດຍ ພະນັກງານຂອງບໍລິສັດ SECC (ລັດວິສາຫະກິດ ກໍ່ສ້າງຄົມມະນາຄົມ) ໃນລະຫວ່າງການຂຸດຈົກດິນກໍ່ສ້າງ ຂົວຂ້າມນໍ້າເຊເສັດ ທີ່ຕັ້ງຢູ່ເສັ້ນທາງ ໝາຍເລກ 20, ເຂດບ້ານແສນວັງໃຫ່ຍ, ເມືອງສາລະວັນ, ແຂວງ ສາລະວັນ. ພາຍຫຼັງຈາກການປະສານສົມທົບ ແລະ ລົງກວດກາພິສູດດ້ານວິຊາການ ຂອງເຈົ້າໜ້າທີ່ ຫ້ອງການ ຄກລ ປະຈໍາ ແຂວງ ສາລະວັນ ໄດ້ຢືນຢັນວ່າລະເບີດລູກນີ້ຍັງມີຄວາມສ່ຽງ. ປັດຈຸບັນ, ຫ້ອງການ ຄກລ ໄດ້ວາງແຜນກະກຽມເຄື່ອນຍ້າຍຕາມຂັ້ນຕອນດ້ານວິຊາການ ແລະ ນໍາໄປທໍາລາຍຢູ່ສະຖານທີ່ສະເພາະ ເພື່ອຮັບປະກັນຄວາມປອດໄພສູງສຸດໃຫ້ແກ່ປະຊາຊົນໃນພື້ນທີ່ ແລະ ຜູ້ສັນຈອນໄປມາ.

ຕ້ອງການຊ່ວຍເຫຼືອ?

ຕິດຕໍ່ທີມງານເພື່ອຂໍຄວາມຊ່ວຍເຫຼືອ ຫຼື ສອບຖາມຂໍ້ມູນ