
ກອງປະຊຸມປຶກສາຫາລືລະດົມຄວາມຄິດຜ່ານການທົບທວນ ການຈັດຕັ້ງປະຕິບັດເເຜນປະຕິບັດງານ ໂລຊານ ພາຍໃຕ້ສົນທິສັນຍາ ວ່າດວ້ຍການເກືອດຫ້າມລະເບີດລູກຫວ່ານ
ວັນທີ 28 ພະຈິກ 2025 – ສປປ ລາວ, ໃນຖານະປະທານກອງປະຊຸມທົບທວນຄືນຄັ້ງທີ 3 ຂອງສົນທິສັນຍາວ່າດ້ວຍລະເບີດລູກຫວ່ານ 2026 (The 3rd Review Conference of Convention on Cluster Munitions 2026) ທີ່ຈະມາເຖິງນີ້, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຄະນະກຳມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືລະດົມຄວາມຄິດຜ່ານການທົບທວນ ການຈັດຕັ້ງປະຕິບັດເເຜນປະຕິບັດງານ ໂລຊານ ພາຍໃຕ້ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (Consultation on the Implementation of the Lausanne Action Plan and Way Forward 2026). ເຊິ່ງໄດ້ຈັດຂຶ້ນທີ່ໂຮງແຮມ ສຸພັດຕຣາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າຄະນະກອງເລຂາປະທານ ຄະນະກຳມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຕົກຄ້າງຢູ່ ສປປ ລາວ ເເລະ ມີບັນດາຄະນະທູຕານຸທູດ, ອົງການຈັດຕັ້ງສາກົນທີ່ປະຈຳຢູ່ ສປປ ລາວ, ຄູ່ຮ່ວມພັດທະນາ, ອົງການສະຫະປະຊາຊາດ, ແລະ ພາກສ່ວນຈັດຕັ້ງປະຕິບັດເຂົ້າຮ່ວມຢ່າງຄົບຖ້ວນ. ຈຸດປະສົງຫຼັກ ຂອງກອງປະຊຸມແມ່ນເພື່ອເຕົ້າໂຮມພາກສ່ວນກ່ຽວຂ້ອງລະດັບຊາດ ແລະ ຄູ່ຮ່ວມພັດທະນາ ເພື່ອທົບທວນຄືນຄວາມຄືບໜ້າ, ສິ່ງທ້າທາຍ ແລະ ບົດຮຽນທີ່ໄດ້ຮັບໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ໂລຊານ ພາຍໃຕ້ສົນທິສັນຍາວ່າດ້ວຍລະເບີດລູກຫວ່ານ. ນອກຈາກນີ້, ຍັງມີຈຸດປະສົງເພື່ອເສີມສ້າງຄວາມເຂົ້າໃຈກ່ຽວກັບພັນທະຂອງ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM), ທັງຍົກສູງການປະສານງານລະຫວ່າງບັນດາກະຊວງ ແລະ ພາກສ່ວນຈັດຕັ້ງປະຕິບັດວຽກງານ ລບຕ, ພ້ອມທັງກຳນົດຂັ້ນຕອນປະຕິບັດຕົວຈິງເພື່ອບັນລຸທິດທາງຕໍ່ໜ້າໃນປີ 2026 ໃຫ້ກັບພາກສ່ວນທີ່ສໍາຄັນຂອງກອງປະຊຸມຍັງລວມເຖິງການເຜີຍແຜ່ຂໍ້ມູນກ່ຽວກັບການກະກຽມເປັນປະທານກອງປະຊຸມທົບທວນຄືນຄັ້ງທີ 3 ຂອງລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ທີ່ຈະຈັດຂຶ້ນໃນເດືອນກັນຍາ ປີ 2026 ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີກ່ຽວກັບບົດບາດຂອງ ສປປ ລາວ ໃນພາບລວມຂອງຂະແໜງການ ລບຕ ຂອງ ສປປ ລາວ ແລະ ສະພາບການຈັດຕັ້ງປະຕິບັດແຜນປະຕິບັດງານ ໂລຊານ. ພ້ອມກັນນີ້, ກອງປະຊຸມ ຍັງໄດ້ຮ່ວມກັນພິຈາລະນາຂໍ້ສະເໜີ ແລະ ບັນຫາເຈາະຈົງ ໂດຍແລກປ່ຽນກ່ຽວກັບສິ່ງທ້າທາຍໃນການຈັດຕັ້ງປະຕິບັດ, ບົດບາດຂອງຄູ່ຮ່ວມງານໃນການສະໜັບສະໜູນກອງປະຊຸມ 3RC CCM (ກັນຍາ 2025 - ກັນຍາ 2026) ແລະ ສິ່ງທີ່ຄາດຫວັງສຳລັບແຜນປະຕິບັດງານຮອບວຽນໃໝ່ (2027–2031) ລວມທັງການປຶກສາຫາລືກ່ຽວກັບການປະກອບສ່ວນຂອງ ລັດຖະບານ ສປປ ລາວ ເຂົ້າໃນການສ້າງຕັ້ງກົນໄກລະດົມທຶນເຂົ້າໃນຂະແໜງການ, ແຜນວຽກການປະຕິບັດໜ້າທີ່ເປັນປະທານ 3RC CCM ແລະ ການກຳນົດຄວາມຕ້ອງການ ແລະ ຄາດຄະເນຜົນໄດ້ຮັບຂອງ ສປປ ລາວ ໃນການເປັນປະທານໃນປີ 2026 ທີ່ໃກ້ມາເຖິງນີ້.




