
ກອງປະຊຸມຄະນະຊີ້ນຳໂຄງການແກ້ໄຂບັນຫາລະເບີດບໍ່ທັນແຕກ ປະຈຳປີ 2025
ໃນຕອນເຊົ້າ ຂອງວັນທີ 5 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນນາມ ປະທານ ແລະ ກອງເລຂາ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຮ່ວມມື ເພື່ອສ້າງຄວາມເຂັ້ມເເຂງໃນການເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 (SDG 18) ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III (SPF III)". ໂດຍການເປັນປະທານກອງປະຊຸມຮ່ວມກັນລະຫວ່າງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນ ຫົວໜ້າກອງເລຂາ ຄະນະກຳມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ທ່ານ ນາງ ມາຕິນ ເທີເລີ, ຜູ້ຕ່າງໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ, ໂດຍມີການເຂົ້າຮ່ວມຈາກຄະນະກຳມະການ ຄຊກລ ຈາກສູນກາງ ແລະ ບັນດາແຂວງທີ່ກ່ຽວຂ້ອງຜ່ານທາງອອນລາຍ, ພ້ອມດ້ວຍຜູ້ຕາງໜ້າຈາກປະເທດຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາຕ່າງໆເຂົ້າຮ່ວມຢ່າງພ້ອມໜ້າ. ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໃນໄລຍະ 11 ເດືອນຂອງປີ 2025 ແລະ ວາງທິດທາງການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຕໍ່ໄປ. ທ່ານ ບຸນເພັງ ສີສະຫວັດ, ຫົວໜ້າຫ້ອງການ ຄຊກລ ໄດ້ລາຍງານໃນກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດທີ່ພົ້ນເດັ່ນໃນໄລຍະ 11 ເດືອນທີ່ຜ່ານມາ ໂດຍສະເພາະແມ່ນວຽກງານທີ່ພົ້ນເດັ່ນພາຍໃຕ້ການສະໜັບສະໜູນຂອງໂຄງການ ເຊັ່ນ: ຜົນສໍາເລັດ ການປັບປຸງວຽກງານພາຍໃນ ແລະ ສ້າງຄວາມເຂັ້ມແຂງໃຫ້ ຫ້ອງການ ຄຊກລ, ວຽກງານດ້ານນິຕິກໍາ, ວຽກງານຄຸ້ມຄອງຄຸນນະພາບການສໍາຫຼວດກວດກູ້ ລບຕ, ວຽກງານຄຸ້ມຄອງຖານຂໍ້ມູນ, ການໂຄສະນາສຶກສາຄວາມສ່ຽງໄພ, ການຊ່ວຍເຫຼືອຜູ້ເຄາະຮ້າຍ, ແລະ ການຝືກອົບຮົມ, ເປັນຕົ້ນ. ພ້ອມກັນນັ້ນ, ບັນດາຜູ້ເຂົ້າຮ່ວມກໍໄດ້ຮັບຟັງຜົນງານ ແລະ ຄວາມຄືບໜ້າການສໍາຫຼວດກວດກູ້ ສູນແກ້ໄຂລະເບີດບໍ່ທັນແຕກ ແລະ ຝຶກອົບຮົມບັນເທົາໄພພິບັດກອງທັບ ຫຼື ສູນ 523, ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ກໍໄດ້ຂຶ້ນລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລບຕ ໃນໄລຍະ 11 ເດືອນທີ່ຜ່ານມາ, ພ້ອມທັງສະເໜີທິດທາງແຜນການປະຈຳປີ 2026 ເເລະ ທາງອົງການ UNDP ກໍໄດ້ລາຍງານສະພາບລວມຂອງໂຄງການ, ດ້ານການເງິນ-ງົບປະມານ ແລະ ວຽກງານຮັບປະກັນຄຸນນະພາບ. ໃນພາກສະຫຼຸບ, ທ່ານ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໄດ້ເນັ້ນໜັກ ແລະ ໃຫ້ທິດຊີ້ນຳທີ່ສຳຄັນໂດຍກອງປະຊຸມໄດ້ເຫັນດີຮັບຮອງແຜນບູລິມະສິດຂອງຫ້ອງການ ຄຊກລ, ສູນ 523, ແຜນງານປະຈໍາປີຫ້ອງການ ຄກລ, ແລະ ໂຄງຮ່າງການຈັດຕັ້ງໃໝ່ຂອງຫ້ອງການ ຄຊກລ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດປີ 2026. ພ້ອມດຽວກັນນັ້ນ, ກໍ່ໄດ້ເນັ້ນໜັກໃຫ້ທຸກພາກສ່ວນເອົາໃຈໃສ່ຈັດຕັ້ງປະຕິບັດກິດຈະກຳຕາມແຜນການຢ່າງມີປະສິດທິພາບ, ປະສິດທິຜົນ, ເນັ້ນໜັກການຈັດຕັ້ງປະຕິບັດກິດຈະກໍາການສ້າງຂີດຄວາມສາມາດ ເພື່ອສະໜັບສະໜູນຄວາມຍືນຍົງຂອງຂະແໜງການເປັນຫຼັກ, ຫຼຸດຜ່ອນຄ່າໃຊ້ຈ່າຍວຽກງານບໍລິຫານໃຫ້ມີຄວາມກະທັດຫັດ, ໂປ່ງໃສ ແລະ ສາມາດລາຍງານຄວາມຄືບໜ້າໄດ້ຢ່າງເປັນປະຈຳ. ສຸດທ້າຍ, ຫ້ອງການ ຄຊກລ ໃຫ້ສືບຕໍ່ເປັນສູນກາງໃນການປະສານງານ ແລະ ເສີມສ້າງຄວາມສາມາດໃຫ້ພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນການຖ່າຍທອດບົດຮຽນ ແລະ ຍົກສູງຄວາມເປັນເຈົ້າການຂອງພາກລັດຖະບານໃນການເຊື່ອມສານວຽກງານແກ້ໄຂບັນຫາ ລບຕ ເຂົ້າກັບວຽກງານວິຊາສະເພາະຂອງແຕ່ລະກະຊວງ-ຂະແໜງການ. ກອງປະຊຸມໄດ້ສິ້ນສຸດລົງດ້ວຍຄວາມສຳເລັດອັນຈົບງາມ ແລະ ມີຄວາມໝາຍໝັ້ນທີ່ຈະເພີ່ມທະວີການຮ່ວມມືກັບປະເທດຜູ້ໃຫ້ທຶນ ແລະ ອົງການ ສປຊ ເພື່ອການພັດທະນາເພື່ອຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ບັນລຸເປົ້າໝາຍຍຸດທະສາດຢ່າງມີປະສິດທິພາບ ແລະ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າດຳລົງຊີວິດປອດໄພຈາກ ລບຕ.




