ຂ່າວຈາກເວັບໄຊ ຄຊກລ

ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ປະຈຳປີ 2025

⏰ December 25, 2025

ໃນວັນທີ 05 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ - ກະຊວງການຕ່າງປະເທດ, ໃນນາມ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ໄດ້ຈັດກອງປະຊຸມຂະແໜງ ການແກ້ໄຂບັນຫາລະເບີດບໍ່ທັນແຕກ (The Annual UXO Sector Working Group) ປະຈຳປີ 2025 ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນປະທານ ຄຊກລ ແລະ ການເປັນປະທານຮ່ວມໂດຍ ທ່ານ ນາງ ເຮເຕີ້ ວາເຣຍວາ, ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ເເລະ ທ່ານ ນາງ ມາຕິນ ເທເລີ, ຜູ້ຕ່າງໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ເເລະ ມີຜູ້ເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສ, ເອກອັກຄະລັດຖະທູດ, ທູຕະນຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍຂອງ ສປຊ, ຜູ້ອໍານວຍການ ແລະ ຕາງໜ້າຈາກອົງການປະຕິບັດງານແກ້ໄຂບັນຫາ ລບຕ ເພືີ່ອມະນຸດສະທໍາ ແລະ ອົງການປະຕິບັດງານພາກວິສາຫະກິດ, ຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງ ແລະ ບັນດາຜູ້ເຂົ້າຮ່ວມຕິດຕາມຜ່ານທາງໄກ, ໂດຍສະເພາະແຂວງ, ລວມແຂກເຂົ້າຮ່ວມທັງໝົດຫຼາຍກວ່າ 120 ທ່ານ. ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອສະຫຼຸບລາຍງານ, ຕີລາຄາ ແລະ ນຳສະເໜີ, ປຶກສາຫາລືໃນການຊອກຫາແນວທາງເພື່ອແກ້ໄຂບັນສິ່ງທ້າທາຍ ແລະ ຂໍ້ຄົງຄ້າງ, ແລະ ຮັດແໜ້ນການຮ່ວມມືກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລບຕ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ. ໃນພາກເປີດຂອງກອງປະຊຸມ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແລກປ່ຽນວ່າ “ໃນໄລຍະ 11 ເດືອນຕົ້ນປີ 2025 ທີ່່ຜ່ານມາ, ວຽກງານຂອງຂະແໜງການ ລບຕ ໂດຍລວມແລ້ວ ແມ່ນຍັງສືບຕໍ່ພົບພໍ້ກັບສິ່ງທ້າທາຍຫຼາຍຢ່າງ ບໍ່ວ່າຈະເປັນສິ່ງທ້າ ທາຍຈາກພາຍໃນ ເຊັ່ນ: ການປັບປຸງກົນໄກການປະສານງານ, ຂໍ້ຄົງຄ້າງຂອດການປະສານງານ ລະຫວ່າງແຂວງ ແລະ ອົງການປະຕິບັດງານແກ້ໄຂບັນຫາ ລບຕ ຍັງມີຄວາມສັບສົນ ໂດຍສະເພາະພາຍຫຼັງມີການຍົກຍ້າຍວຽກງານ ລບຕ ຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມາຢູ່ ພາຍໃຕ້ກະຊວງການຕ່າງປະເທດ, ການລາຍງານ ແລະ ສະຫຼຸບໂຄງ ການຍັງມີຄວາມລ່າຊ້າ, ບາງວຽກງານການກວດກູ້ ລບຕ ບໍ່ສາມາດຕອບສະໜອງການ ກວດກູ້ຕາມການສະເໜີຈາກ ທ້ອງຖິ່ນ, ຂະແໜງການ ແລະ ບັນດາໂຄງການພັດທະນາພື້ນຖານໂຄງລ່າງ ທີ່ບໍ່ໄດ້ຂຶ້ນງົບປະມານການກວດກູ້ເຂົ້າໃນແຜນ ແລະ ງົບປະມານໃນການຊ່ວຍ ເຫຼືອຜູ້ຖືກເຄາະຮ້າຍ, ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ແລະ ການສຳ ຫຼວດ-ກວດກູ້ ກໍຍັງບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ, ເປັນຕົ້ນ”. ທ່ານ ລັດຖະມົນຕີ ຍັງໄດ້ກ່າວຕື່ມວ່າ “ຂະແໜງການ ລບຕ ຍັງພົບພໍ້ກັບສິ່ງທ້າທາຍຈາກພາຍນອກ ບໍ່ວ່າຈະເປັນການຜັນແປຢ່າງໄວວາ ຂອງສະພາບ ການພາກພື້ນທີ່ຄາດເດົາໄດ້ຍາກ, ຂະແໜງການ ລບຕ ຂອງພວກເຮົາກໍໄດ້ຮັບຜົນກະທົບ ຈາກການຢຸດຕິການ ສະໜອງທຶນຊ່ວຍເຫຼືອມະນຸດສະທໍາ, ຈໍານວນທຶນ ແລະ ໄລຍະການຈັດຕັ້ງປະຕິບັດທີ່ມີທ່າ ອ່ຽງຫຼຸດລົງທີ່ເຫັນໄດ້ ຢ່າງຊັດເຈນ. ບັນຫາສະພາບແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ເປັນຕົ້ນ. ສິ່ງເຫຼົ່ານີ້ ລ້ວນແລ້ວແຕ່ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ ຕໍ່ຄວາມຄືບໜ້າການຈັດຕັ້ງປະ ຕິບັດເປົ້າໝາຍການເກັບກູ້ລະ ເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ - ສະນັ້ນ, ຂະແໜງການ ລບຕ ຕ້ອງໄດ້ເນັ້ນໜັກວຽກງານການສ້າງຂີດຄວາມສາມາດພາຍໃນໃຫ້ຫຼາຍຂື້ນກວ່າເກົ່າ ບໍ່ວ່າຈະເປັນດ້ານບຸກຄະລາກອນ, ເຕັກນິກ ແລະ ການເປັນເຈົ້າການ ແລະ ປະກອບສ່ວນຂອງທຸກພາກສ່ວນທີ່ກ່ຽວຂ້ອງ”. ເຖິງຈະປະເຊີນກັບສິ່ງທ້າທາຍຕ່າງໆ, ຂະແໜງການ ລບຕ ກໍຍັງພະຍາຍາມສູ້ຊົນ ແລະ ຂັບເຄື່ອນໜ້າວຽກຢ່າງຫ້າວຫັນ, ເຊິ່ງໃນພາກລາຍງານຄວາມຄືບໜ້າ, ທ່ານ ບຸນເພັງ ສີສະຫວັດ, ຫົວໜ້າຫ້ອງການ ຄຊກລ ໄດ້ສະເໜີບົດສະຫຼຸບໂດຍຫຍໍ້ກ່ຽວກັບຜົນງານຂອງຂະແໜງການ ລບຕ ໃນໄລຍະ 11 ເດືອນຂອງປີ 2025 ເຊິ່ງເປັນຜົນງານອັນເປັນທີ່ໜ້າພໍໃຈຂອງຂະແໜງການທີ່ໄດ້ກວດກູ້ ໄດ້ 5,268 ເຮັກຕາ ເຊິ່ງສາມາດບັນລຸໄດ້ 70 ສ່ວຍຮ້ອຍຂອງຄາດໝາຍທີ່ຕັ້ງໄວ້ໃນປີ 2025, ສາມາດບັນລຸການໂຄສະນາຄວາມສ່ຽງໄພໄດ້ຈໍານວນ 683 ບ້ານ ຫຼືຄິດໄລ່ເປັນ 113 ສ່ວນຮ້ອຍ ຂອງຄາດໝາຍທີ່ຕັ້ງໄວ້ໃນປີ 2025 ແລະ ທໍາລາຍລະເບີດບໍ່ທັນແຕກໄດ້ 59,039 ໜ່ວຍ ເພື່ອປ່ອຍພື້ນທີ່ດິນທີ່ປອດໄພໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເຊິ່ງເປັນບາດກ້າວການພັດທະນາຂຶ້ນໃນທຸກໆປີ. ເຖິງຢ່າງໃດກໍຕາມ, ຂະແໜງການຍັງຄົງປະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງຄື ຍັງມີອຸບັດຕິເຫດ ລບຕ ເກີດຂຶ້ນທັງໝົດ 11 ຄັ້ງ ເຊິ່ງໄດ້ເຮັດໃຫ້ມີຜູ້ເຄາະຮ້າຍ 21 ຄົນ, ໃນນັ້ນມີຜູ້ໄດ້ຮັບບາດເຈັບ 16 ຄົນ ແລະ ເສຍຊີວິດ 5 ຄົນ, ຈາກຈໍານວນຜູ້ເຄາະຮ້າຍທັງໝົດກຸ່ມທີ່ມີຄວາມສ່ຽງສູງແມ່ນເດັກນ້ອຍ. ໃນກອງປະຊຸມຄັ້ງນີ້, ຍັງໄດ້ມີການປຶກສາຫາລື ແລະ ນໍາສະເໜີວາລະສໍາຄັນ ເປັນຕົ້ນແມ່ນການຮັບຮອງເອົາຢ່າງເປັນທາງການ ມາດຕະຖານແຫ່ງຊາດສຳລັບການແກ້ໄຂບັນຫາລະເບີດບໍ່ທັນແຕກ ສະບັບປັບປຸງ 2025 (National Standard Amended 2025) ເຊິ່ງເປັນກ້າວສຳຄັນໃນການປັບປຸງຄຸນນະພາບ ແລະ ຄວາມປອດໄພຂອງການປະຕິບັດງານວຽກງານພາກສະໜາມ ກໍຄື ວຽກງານແຕ່ລະເສົາຄໍ້າໃຫ້ໄດ້ມາດຕະຖານ, ສອດຄ່ອງ ແລະ ແທດເໝາະກັບສະພາບຕົວຈິງຂອງ ສປປ ລາວ, ໂດຍສະເພາະແມ່ນ ວຽກງານສໍາຫຼວດກວດກູ້, ວຽກງານຊ່ວຍເຫຼືອຜູ້ເຄາະຮ້າຍ, ວຽກງານໂຄສະນາສຶກສາຄວາມສ່ຽງຈາກ ລບຕ, ເປັນຕົ້ນ. ນອກຈາກນັ້ນ, ກອງປະຊຸມໄດ້ສືບຕໍ່ດ້ວຍການປຶກສາຫາລືຢ່າງເຈາະຈົງກ່ຽວກັບ ຜົນຂອງ ການປະເມີນກາງສະໄໝ ຍຸດທະສາດຂະແໜງການ ລບຕ “ເສັ້ນທາງສູ່ຄວາມປອດໄພ III 2021-2030” ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງ ຄວາມຄືບໜ້າພົ້ນເດັ່ນໄລຍະຫ້າປີທີ່ຜ່ານມາ ແລະ ຮັບຊາບເຖິງບັນດາຂໍ້ສະເໜີແນວທາງການປັບປຸງການຈັດຕັ້ງປະຕິບັດວຽກງານ ລບຕ ແລະ ການຈັດບູລິມະສິດເພື່ອຄົ້ນຫາແຫຼ່ງທຶນທີ່ມີຄວາມຫຼາກຫຼາຍ ແລະ ຍືນຍົງໃຫ້ຂະແໜງການ ລບຕ ໃນໄລຍະຫ້າປີຕໍ່ໜ້າ; ກອງປະຊຸມຍັງໄດ້ຮັບຟັງຜົນສຳເລັດຂອງການປຶກສາຫາລືຂອງໜ່ວຍງານວິຊາການເສົາຄໍ້າ ລບຕ ຕ່າງໆ ໂດຍສະເພາະແມ່ນການສໍາຫຼວດກວດກູ້, ວຽກງານໂຄສະນາສຶກສາຄວາມສ່ຽງໄພ, ການຊ່ວຍເຫຼືອຜູ້ເຄາະຮ້າຍ, ແລະ ການຄຸ້ມຄອງຂໍ້ມູນ; ແລະ ການສະເໜີນໍາໃຊ້ວິທີການ ການປ່ອຍທີ່ດິນຈາກ ລບຕ (Land Release) ແບບໃໝ່ເພື່ອຊ່ວຍເຂົ້າໃນວຽກງານສໍາຫຼວດ ແລະ ກວດກູ້ ທີ່ກະທັກຫັດຫຼາຍຂື້ນກວ່າເກົ່າ ແລະ ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ. ໃນຕອນທ້າຍ, ທ່ານປະທານກອງະຊຸມ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງ ວຽກງານຂະແໜງການ ລບຕ ຊຶ່ງ ເປັນວຽກງານໜຶ່ງທີ່ໜັກໜວງ, ເປັນໜ້າວຽກໄລຍະຍາວທີ່ຈໍາເປັນຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ຍັງສືບຕໍ່ເປັນໜຶ່ງໃນບູລິມະສິດການພັດທະນາແຫ່ງຊາດຂອງ ສປປ ລາວ ໃນການກ້າວສູ່ການພັດທະນາ ແລະ ການອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ຢ່າງມີຄຸນນະພາບ, ໂລ່ງລ່ຽນ ແລະ ຍືນຍົງ. ທ່ານປະທ່ານໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ບັນດາຄູ່ຮ່ວມພັດທະນາ ທີ່ໄດ້ຊ່ວຍສະໜັບສະໜູນວຽກງານ ລບຕ ການຮ່ວມມືຮອບດ້ານລະຫວ່າງພາກລັດຖະບານ ແລະ ຄູ່ຮ່ວມພັດທະນາ ເພື່ອຮັບປະກັນໃຫ້ຂະແໜງການ ລບຕ ສາມາດບັນລຸເປົ້າໝາຍທີ່ຕັ້ງໄວ້, ໃນໂອກາດດັ່ງກ່າວ, ທ່ານໄດ້ສະເໜີໃຫ້ທຸກພາກສ່ວນ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມ,ບັນດາຂໍ້ແນະນໍາ ແລະ ທິດທາງການຈັດຕັ້ງປະຕິບັດ ໄປຈັດຕັ້ງປະຕິບັດໃຫ້ເກີດໝາກຜົນ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມທະວີຄວາມໂປ່ງໃສ, ຄວາມເປັນເຈົ້າການ ແລະ ຊຸກຍູ້ການປະສານງານທີ່ຄ່ອງແຄ້ວທັງສາຍຕັ້ງ ແລະ ສາຍຂວາງ, ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃນການແກ້ໄຂບັນຫາ ລບຕ ໄດ້ຢ່າງມີປະສິດຕະພາບ, ປະສິດທິຜົນ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນອະນາຄົດ.

ຕ້ອງການຊ່ວຍເຫຼືອ?

ຕິດຕໍ່ທີມງານເພື່ອຂໍຄວາມຊ່ວຍເຫຼືອ ຫຼື ສອບຖາມຂໍ້ມູນ