
ການທໍາລາຍລະເບີດບໍ່ທັນແຕກ ໂບມໃຫ່ຍ ນໍ້າໜັກ 500 ປອນ ທີ່ຖືກພົບເຫັນຢູ່ ບ້ານເເດນວິໄລ, ເມືອງ ນອງ, ແຂວງສະຫວັນນະເຂດ
ໃນວັນທີ 24 ທັນວາ 2025, ທີ່ ເມືອງນອງ, ແຂວງສະຫວັນນະເຂດ - ຫ້ອງການຄະນະກໍາມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຫ້ອງການ ຄຊກລ) ເເລະ ອໍານາດການປົກຄອງແຂວງສະຫວັນນະເຂດ ໄດ້ຈັດການທໍາລາຍລະເບີດບໍ່ທັນແຕກ (ລບຕ) ໂບມໃຫ່ຍ ຂະໜາດໃຫຍ່ ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຖືກພົບເຫັນຢູ່ໃນເຂດຊົນນະບົດຂອງແຂວງສະຫວັນນະເຂດ ຢ່າງສໍາເລັດຜົນ ແລະ ປອດໄພ. ລະເບີດດັ່ງກ່າວ ແມ່ນຖືກພົບເຫັນໂດຍປະຊາຊົນທ້ອງຖິ່ນ - ທ້າວ ວິໄລມົນ, ປັດຈຸບັນອາໄສຢູ່ ບ້ານແດນວິໄລ, ເມືອງນອງ, ແຂວງສະຫວັນນະເຂດ ເເລະ ໄດ້ເເຈ້ງອຳນາດປົກຄອງທ້ອງຖິ່ນທັນທີໃນວັນທີ 05 ທັນວາ 2025, ເຊິ່ງຈຸດທີ່ພົບເຫັນແມ່ນຕັ້ງຢູ່ໃກ້ກັບເຂດຊາຍແດນ ລາວ-ຫວຽດນາມ. ອົງການ ຮາໂລ ທຣັສ (The HALO Trust) ເຊິ່ງເປັນອົງການປະຕິບັດງານປະຈໍາຢູ່ແຂວງສະຫວັນນະເຂດ ໄດ້ດຳເນີນການກວດສອບທັນທີຫຼັງຈາກມີການເເຈ້ງການ ແລະ ລາຍງານການພົບເຫັນ ລບຕ ດັ່ງກ່າວ, ພ້ອມທັງໄດ້ຢັ້ງຢືນປະເພດຂອງລະເບີດວ່າ ເປັນປະເພດ ໂບມໃຫຍ່ ປະເພດ MK82 ນ້ຳໜັກ 500 ປອນ (ປະມານ 226.7 ກິໂລກຼາມ), ຫົວຟິວ M904 ເປັນຟິວກະທົບແຕກ ແລະ ເຂັມສັກແມ່ນຫັກອອກແລ້ວ, ຟິວກົ້ນ MK344 ເປັນຟິວໄຟຟ້າ ແຕ່ໃນປະຈຸບັນນີ້ໄຟຟ້າແມ່ນໝົດແລ້ວ ບົມດັ່ງກ່າວນີ້ ແມ່ນມີຄວາມປອດໄພໃນການເຄື່ອນຍ້າຍ ເເລະ ອົງການໄດ້ເລັ່ງສືບຕໍ່ລາຍງານໃຫ້ອໍານາດການປົກຄອງແຂວງ ແລະ ສູນກາງ ໃນ ວັນທີ 08 ທັນວາ 2025 ເພື່ອພິຈາລະນາດໍາເນີນການວາງແຜນການທຳລາຍໂດຍດ່ວນ. ໃນການທໍາລາຍໂບມໃຫ່ຍຄັ້ງນີ້, ທ່ານ ບຸນເພັງ ສີສະຫວັດ, ຫົວໜ້າ ຫ້ອງການ ຄຊກລ ໄດ້ເດີນທາງໄປກວດກາສະຖານທີ່ໃນວັນທີ 24 ທັນວາ 2025 ເພື່ອລົງກວດກາຂັ້ນຕອນສຸດທ້າຍໃນການກະກຽມການດໍາເນີນງານທໍາລາຍລະເບີດ ແລະ ຊີ້ນໍາການກະກຽມຢ່າງລະອຽດກັບທີມງານວິຊາການຂັ້ນສູງຂອງໜ່ວຍກວດກູ້ ລບຕ ຂອງ ຫ້ອງການ ຄຊກລ ເເລະ ອົງການ HALO Trust ພ້ອມດ້ວຍອໍານາດການປົກຄອງທ້ອງຖິ່ນ. ທ່ານ ຫົວໜ້າ ຫ້ອງການ ຄຊກລ ຍັງໄດ້ດໍາເນີນການທໍາລາຍລະເບີດ 500 ປອນ ດັ່ງກ່າວດ້ວຍຕົນເອງ ໂດຍຜ່ານລະບົບການຄວບຄຸມທາງໄກ. ການທໍາລາຍລະເບີດໂບມໃຫ່ຍຄັ້ງນີ້ແມ່ນສໍາເລັດຜົນຕາມແຜນທີ່ວ່າງໄວ້ ແລະ ໄດ້ຊ່ວຍລົບລ້າງໄພຂົ່ມຂູ່ຢ່າງມີປະສິດທິຜົນ, ເຮັດໃຫ້ພື້ນທີ່ດັ່ງກ່າວມີຄວາມປອດໄພສໍາລັບການນໍາໃຊ້ໃນການກະສິກໍາ ແລະ ການພັດທະນາໂຄງລ່າງພື້ນຖານຂອງຊຸມຊົນ. ເຈົ້າໜ້າທີ່ທ້ອງຖິ່ນ ກໍຄື ອໍານາດການປົກຄອງແຂວງສະຫວັນນະເຂດ ຍັງໄດ້ກ່າວຕື່ມອີກວ່າ: "ການລາຍງານຢ່າງວ່ອງໄວຂອງປະຊາຊົນບ້ານແດນວິໄລ ແລະ ການປະສານງານທີ່ວ່ອງໄວ ລະຫວ່າງທ້ອງຖິ່ນ ແລະ ສູນກາງ ກໍຄື ອຳນາດການປົກຄອງແຂວງ, ຫ້ອງການ ຄຊກລ ແລະ ອົງການປະຕິບັດງານກວດກູ້ລະເບີດ ຄື ອົງການ ຮາໂລ ທຣັສ ແມ່ນມີຄວາມສໍາຄັນຢ່າງຍິ່ງໃນການປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດຈາກ ລບຕ ທີ່ອາດຈະເກີດຂຶ້ນ. ທຸກໆການດໍາເນີນງານກວດກູ້ທີ່ປະສົບຜົນສໍາເລັດ ໂດຍສະເພາະ ກັບລະເບີດຂະໜາດໃຫຍ່ເຊັ່ນນີ້ແມ່ນເປັນບາດກ້າວທີ່ສໍາຄັນໄປສູ່ການບັນລຸເປົ້າໝາຍແຫ່ງຊາດໃນການເກັບກູ້ ລບຕ ແລະ ປົດປ່ອຍທີ່ດິນໃຫ້ຖືກນໍາໃຊ້ຢ່າງມີປະສິດທິພາບ, ເຊິ່ງຈະປະກອບສ່ວນຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນຂອງພວກເຮົາ" ແລະ ຍັງໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ ຫ້ອງການ ຄຊກລ ເເລະ ອົງການ ຮາໂລ ທຣັສ ສໍາລັບການຮ່ວມມືຢ່າງສະໝໍ່າສະເໝີ ແລະ ຄວາມເປັນມືອາຊີບໃນວຽກງານສໍາຫຼວດເກັບກູ້ ລບຕ ໃນແຂວງສະຫວັນນະເຂດ ໃນໄລຍະທີ່ຜ່ານມາ.




