
ຄະນະຜູ້ແທນສາກົນຂັ້ນສູງຢ້ຽມຢາມສະໜາມປະຕິບັດງານການສໍາຫຼວດກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ຂອງສູນເເກ້ໄຂລະເບີດບໍ່ທັນແຕກ ແລະ ຝຶກອົບຮົມບັນເທົາໄພພິບັດກອງທັບ (ສູນ 523) ທີ່ ເມືອງ ກາສີ, ແຂວງ ວຽງຈັນ
ໃນວັນທີ 21 ພະຈິກ 2025 ທີ່ ເມືອງ ກາສີ, ແຂວງ ວຽງຈັນ - ກະຊວງການຕ່າງປະເທດ ພາໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງປະທານຜູ້ປະຈຳການ ຄຊກລ ພ້ອມດ້ວຍ ຫ້ອງການຄະນະກໍາມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຍັງຕົກຄ້າງຢູ່ ສປປ ລາວ (ຫ້ອງການ ຄຊກລ) ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຄະນະທູຕານຸທູດ, ອົງການ ສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນ ລົງຢ້ຽມຢາມພາກສະໜາມ ການປະຕິບັດງານການສໍາຫຼວດກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ຂອງສູນເເກ້ໄຂລະເບີດບໍ່ທັນແຕກ ແລະ ຝຶກອົບຮົມບັນເທົາໄພພິບັດກອງທັບ (ສູນ 523) ທີ່ ເມືອງ ກາສີ, ແຂວງ ວຽງຈັນ, ເຊິ່ງ ການຢ້ຽມຢາມດັ່ງກ່າວເປັນກິດຈະກຳປິ່ນອ້ອມຂອງ ກອງປະຊຸມໂຕະມົນລະດັບສູງຄັ້ງທີ 14 ທີ່ຈັດຂື້ນໃນລະຫວ່າງວັນທີ 18-20 ພະຈິກ 2025,ທີ່ ນະຄອນຫຼວງວຽງຈັນ. ຈຸດປະສົງຫຼັກຂອງການຢ້ຽມຢາມພາກສະໜາມຄັ້ງນີ້ແມ່ນເພື່ອສະແດງໃຫ້ເຫັນການປະຕິບັດງານຕົວຈິງຂອງນັກສໍາຫຼວດກວດກູ້ລະເບີດແຫ່ງຊາດ, ໂດຍສະເພາະແມ່ນ ສູນເເກ້ໄຂລະເບີດບໍ່ທັນແຕກ ແລະ ຝຶກອົບຮົມບັນເທົາໄພພິບັດກອງທັບ (ສູນ 523). ການຢ້ຽມຢາມໃນຄັ້ງນີ້ໄດ້ເປີດໂອກາດໃຫ້ຄະນະຜູ້ແທນຂັ້ນສູງໄດ້ເຫັນ ການປະຕິບັດງານການສໍາຫຼວດກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ໂດຍກົງ ແລະ ທົບທວນປະສິດທິຜົນຂອງການຈັດຕັ້ງປະຕິບັດການຊ່ວຍເຫຼືອຈາກສາກົນໃນການປະກອບສ່ວນເຂົ້າໃນໜື່ງວຽກງານທີ່ສໍາຄັນ ແລະ ເປັນບູລິມະສິດແຫ່ງຊາດ ກໍຄືການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ການກະກຽມຮັບມືກັບໄພພິບັດ. ປະສົບການພາກສະໜາມນີ້ໄດ້ເນັ້ນຢໍ້າຄວາມໝັ້ນຄົງຂອງ ສປປ ລາວ ໃນການ ສ້າງຊຸມຊົນທີ່ປອດໄພ ແລະ ການຊຸກຍູ້ບູລິມະສິດແຫ່ງຊາດໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ. ໃນໂອກາດສຳຄັນນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕິກະຊວງການຕ່າງປະເທດ, ໄດ້ສະແດງຄວາມຊົມເຊີຍເຖິງຄວາມພະຍາຍາມຂອງບັນດາອົງການປະຕິບັດງານ ແລະ ພະນັກງານປະຕິບັດງານໃນຂະແໜງການດັ່ງກ່າວ ໂດຍໄດ້ເນັ້ນໜັກເຖິງການປະກອບສ່ວນອັນລ້ຳຄ່າຂອງພະນັກງານທຸກຄົນ, ບໍ່ວ່າຈະເຮັດວຽກກ່ຽວກັບການສຳຫຼວດ, ການກວດກູ້, ການໃຫ້ຄວາມຮູ້ດ້ານຄວາມສ່ຽງຈາກລະເບີດ, ຫຼື ການຊ່ວຍເຫຼືອຜູ້ເຄາະຮ້າຍອີກດ້ວຍ. ພ້ອມກັນນັ້ນ,ທ່ານ ຮອງລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະທີ່ຜ່ານມາໃນແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ. ໃນລະຫວ່າງການຢ້ຽມຢາມ, ທີມນັກສໍາຫຼວດກວດກູ້ລະເບີດງານຂອງ ສູນ 523 ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງສູນ, ເຊິ່ງໄດ້ເນັ້ນເຖິງຜົນສໍາເລັດ, ການຕີລາຄາ, ແລະ ຂໍ້ຄົງຄ້າງຕ່າງໆ ຜ່ານການຈັດການສະແດງພາບການປະຕິບັດງານ ແລະ ຕົວຢ່າງຂອງການສຳຫຼວດກວດກູ້ລະເບີດບໍ່ທັນແຕກ. ການນຳສະເໜີຍັງໄດ້ສະທ້ອນໃຫ້ເຫັນເຖິງຜົນກະທົບຂອງວຽກງານກວດກູ້ ລບຕ ຕໍ່ກັບການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຂອງ ສປປ ລາວ ໂດຍສະເພາະ ເປົ້າໝາຍ ປພຍ ແຫ່ງຊາດ ເປົ້າໝາຍທີ 18 - ຊີວິດທີ່ປອດໄພຈາກ ລບຕ (SDG 18). ໃນວາລະດຽວກັນ, ນອກຈາກມີການວາງສະແດງອຸປະກອນ, ຜົນງານຕ່າງໆທີ່ກ່ຽວຂ້ອງ, ລວມທັງ ການຈຳລອງການສຳຫຼວດພື້ນທີ່ ເພື່ອນຳສະເໜີວຽກງານກວດກູ້ ລບຕ ໃຫ້ຄະນະຜູ້ແທນໄດ້ເຫັນພາບຕົວຈິງ, ສູນ 523 ຍັງໄດ້ຈັດກິດຈະກຳສາທິດຂຶ້ນ ແລະ ໄດ້ເຊື້ອເຊີນ ທ່ານຮອງລັດຖະມົນຕີກະຂວງການຕ່າງປະເທດ ແລະ ຜູ້ຕາງໜ້າຈາກ ອົງການ KOICA ກົດປຸ່ມຄວບຄຸມທາງໄກ ເພື່ອດໍາເນີນການທຳລາຍລູກລະເບີດທີ່ບໍ່ທັນແຕກຢ່າງປອດໄພ. ການສາທິດນີ້ແມ່ນດຳເນີນການໂດຍທີມນັກສໍາຫຼວດກວດກູ້ລະເບີດຂອງ ສູນ 523, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຂັ້ນຕອນທີ່ຮັດກຸມ ແລະ ເຕັກນິກການທຳລາຍ ລບຕ ທີ່ໄດ້ມາດຕະຖານ. ການຢ້ຽມຢາມຄັ້ງນີ້ໄດ້ເນັ້ນໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນເລິກເຊິ່ງຕໍ່ວຽກງານມະນຸດສະທຳ ແລະ ການພັດທະນາຊາດ. ໂດຍໄດ້ເປີດໂອກາດໃຫ້ບັນດາຄູ້ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນໄດ້ເຫັນການປະຕິບັດງານໂດຍກົງ. ນອກນັ້ນ, ການຢ້ຽມຢາມຄັ້ງນີ້ໄດ້ເສີມສ້າງ ຄວາມໂປ່ງໃສ ແລະ ສົ່ງເສີມ ການສົນທະນາຍຸດທະສາດ ສໍາລັບການຮ່ວມມືໃນອະນາຄົດ. ກະຊວງການຕ່າງປະເທດ, ໃນນາມ ກອງເລຂາ ຄຊກລ, ໄດ້ໃຊ້ໂອກາດນີ້ເພື່ອສະແດງໃຫ້ເຫັນຜົນສໍາເລັດທີ່ເປັນຮູບປະທຳຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ເປັນຂະແໜງການບູລິມະສິດຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ວາລະແຫ່ງຊາດດ້ານການພັດທະນາ.




