ຂ່າວຈາກເວັບໄຊ ຄຊກລ

ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຄັ້ງທີ 1 ປະຈໍາປີ 2025 ວັນທີ 8 ກໍລະກົດ 2024, ນະຄອນຫຼວງວຽງຈັນ

⏰ July 10, 2025

ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ໄດ້ຈັດ ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຄັ້ງທີ 1 ປະຈໍາປີ 2025 ໃນວັນທີ ວັນທີ 8 ກໍລະກົດ 2024, ເຊິ່ງມີເຈົ້າໜ້າທີ່ອາວຸໂສ ແລະ ຜູ້ຕ່າງໜ້າຈາກພາກລັດຖະບານບັນດາເອກອັກຄະລັດຖະທູດ, ທູຕານຸທູດ, ຜູ້ຕາງໜ້າຈາກອົງການ ສປຊ ເພື່ອການພັດທະນາ ແລະ ອົງການເຄືອຂ່າຍ ສປຊ, ຜູ້ອຳນວຍການ ແລະ ຕາງໜ້າຈາກອົງການປະຕິບັດງານແກ້ໄຂບັນຫາ ລບຕ ເພືີ່ອມະນຸດສະທໍາ ແລະ ອົງການປະຕິບັດງານພາກວິສາຫະກິດ, ຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງ ແລະ ແຂວງ ເຂົ້າຮ່ວມຕິດຕາມຜ່ານທາງໄກ ແລະ ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄວາມຄືບໜ້າ ແລະ ແນວທາງໃນຕໍ່ໜ້າການຈັດຕັ້ງປະຕິບັດວຽກງານ ລບຕ ຢູ່ ສປປ ລາວ. ກອງປະຊຸມແມ່ນດໍາເນີນພາຍໃຕ້ການເປັນປະທານໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນ ຮອງປະທານ ແະ ຜູ້ປະຈໍາການ ຄຊກລ ແລະ ການເປັນປະທານຮ່ວມໂດຍ ທ່ານ ນາງ ເຮເຕີ້ ວາເຣີເຣຍ, ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ທ່ານ ນາງ ມາຕິນ ເທີເຣີ, ຜູ້ຕ່າງໜ້າອົງການ ສປຊ ເພື່ອການພັດທະນາ ປະຈໍາ ສປປ ລາວ - ເຊິ່ງທ່ານປະທານ ແລະ ປະທານຮ່ວມ ໄດ້ເນັັ້ນໜັກເຖິງຄວາມສໍາຄັນໃນການຮັດແໜ້ນການຮ່ວມມື ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ກໍຄື ການກວດກູ້, ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ແລະ ການຊ່ວຍເຫຼືອຜູ້ເຄາະຮ້າຍ, ເປັນຕົ້ນ. ທ່ານ ບຸນເພັງ ສີສະຫວັດ, ຫົວໜ້າຫ້ອງການ ຄຊກລ ໄດ້ນໍາສະເໜີບົດລາຍງາຍໂດຍສັງເຂບກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ ລບຕ ໄລຍະຫົກເດືອນຕົ້ນປີ 2025, ຂະແໜງການ ລບຕ ໄດ້ສໍາເລັດການສໍາຫຼວດພື້ນທີ່ ຈໍານວນ 9,413 ເຮັກຕາ, ແລະ ສາມາດຢືນຢັນພື້ນທີ່ທີ່ເປັນອັນດຕະລາຍໄດ້ ຈໍານວນ 6,984 ເຮັກຕາ, ແລະ ສາມາດກວດກູ້ພື້ນທີ່ໄດ້ 2,717 ເຮັກຕາ ໃນ 14 ແຂວງທົ່ວປະເທດ, ຜົນສໍາເລັດ ແລະ ຄວາມຄືບໜ້າດັ່ງກ່າວ ໄດ້ສະໜອງພື້ນທີ່ທີ່ປອດໄພໃຫ້ແກ່ປະຊາຊົນສາມາດນໍາໃຊ້ ໃນການພັດທະນາ, ການກະສິກໍາ, ການພັດທະນາພື້ນຖານໂຄງລາງ ແລະ ການດໍາລົງຊີວິດຂອງປະຊາຊົນ. ພ້ອມກັນນັ້ນ, ໄລຍະ ຫົກເດືອນຕົ້ນປີທີ່ຜ່ານມາ, ຂະແໜງການ ລບຕ ສາມາດທໍາລາຍ ລບຕ ໄດ້ເຖິງ 35,446 ໜ່ວຍ, ໃນນັ້ນລວມທັງ ລະເບີດລູກຫວ່ານຫຼາຍກວ່າ 16,000 ໜ່ວຍ, ສະເພາະວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ແມ່ນສາມາດບັນລຸໄດ້ 181,531 ຄົນ ໃນ 11 ແຂວງ ແລະ ໄດ້ສະໜອງການຊ່ວຍເຫຼືອຜູ້ເຄາະຮ້າຍໄດ້ເຖິງ 172,109 ຄົນ ເພື່ອຊ່ວຍໃຫ້ພວກເຂົາສາມາດກັບມາດໍາລົງຊິວີດໄດ້ຢ່າງປົກກະຕິ. ແຕ່ເຖິງຢ່າງໃດກໍ່ຕາມ, ຄຽງຄູ່ກັບຄວາມຄືບໜ້າດັ່ງກ່າວ, ຂະແໜງການ ລບຕ ກໍ່ຍັງສືບຕໍ່ປະເສີນກັບຫຼາຍສິ່ງທ້າທ່າຍດ ໂດຍສະເພາະທ່າອ່ຽງຂອງການຫຼຸດລົງຂອງທຶນຊ່ວຍເຫຼືອ ແລະ ຜົນກະທົບຈາກການຢຸດຕິການໃຫ້ທຶນຊົ່ວຄ່າວໃນຕົ້ນປີ ທີ່ຜ່ານມາ. ໄລຍະຫົກເດືອນຕົ້ນປີ 2025, ໄດ້ເກີດມີອຸບັດຕິເຫດຈາກ ລບຕ ຈໍານວນ 7 ຄັ້ງ ຢູ່ໃນສີ່ແຂວງ, ເຮັດໃຫ້ມີຜູ້ເຄາະຮ້າຍຈໍານວນ 12 ຄົນ, ໃນນັ້ນ ສີ່ຄົນແມ່ນເສຍຊີວິດ. ນອກນັ້ນ, ປະມານ 67 ສ່ວນຮ້ອຍ ຂອງຜູ້ເຄາະຮ້າຍແມ່ນເດັກ ເຊິ່ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນຢ່າງຍິ່ງໃນການຍົດລະດັບການ ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ໃນຊຸມຊົນທີ່ມີຄວາມສ່ຽງ, ເຊິ່ງ ລບຕ ທີ່ຕົກຍັງສືບຕໍ່ເປັນໄພຄົມຄູ່ໃຫ້ແກ່ຊວິດການເປັນຢູ່ຊອງປະຊາຊົນ ແລະ ເປັນອຸປະສັກຕໍ່ວຽກງານການພັດທະນາ, ໂດຍສະເພາະກຸ່ມປະຊາຊົນທີ່ມີຄວາມບອບບາງ. ໃນໂອກາດກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ມີການປຶກສາຫາລືແນວທາງໃນການຈັດຕັ້ງປະຕບັດວຽກງານໃຫ້ສາມາດບັນລຸໃຫ້ໄດ້ ໂດຍເອົາຕົວເລກການບັນລຸໃນປີທີ່ຜ່ານມາເປັນມາດຖານ, ໂດຍສະເພາະໃນປີ 2024 ຖືວ່າເປັນປີທີ່ສາມາດບັນລຸຕົວເລກການກວດກູ້ໄດ້ຫຼາຍທີ່ສຸດຂອງ ສປປ ລາວ, ກອງປະຊຸມຍັງໄດ້ລົງເລິກວຽກງານການຍົກລະດັບການປະສານງານຂອງຂະແໜງການໃຫ້ມີຄວາມເຂັ້ມແຂງ, ລວມທັງ ການກໍານົດບູລິມະສິດ ລບຕ ໃນຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຫ້າປີ ຄັ້ງທີ 10 (2026-2030) ແລະ ການເຊື່ອໂຍງກັນລະຫວ່າງ ວຽກງານ ລບຕ ແລະ ແຜນພັດທະນາຂອງທ້ອງຖິ່ນ. ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນການນໍາພາ-ຊີ້ນໍາຂອງ ລັດຖະບານແຫ່ງ ສປປ ລາວ ແລະ ຄວາມໝາຍໝັ້ນຂອງ ສປປ ລາວ ໃນການເປັນປະເທດຜູ້ປະສານງານວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ແລະ ການເປັນປະທານກອງປະຊຸມ ຮອບວຽນທີ 3 ຂອງລັດພາຄີ ສົນທິສັນຍາລະເບີດລູກຫວ່ານ, ນອກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງຜົນການລາຍງານ ການຈັດກອງປະຊຸມວິຊາການວຽກງານແຕ່ລະເສົາຄໍ້າຂອງ ລບຕ ໃນໄລຍະຫົກເດືອນຕົ້ນປີ 2025 ອີກດ້ວຍ, ກໍຄື ບູລິມະສິດວຽກງານກວດກູ້, ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ, ການຄຸ້ມຄອງຖານຂໍ້ມູນ ແລະ ການຊ່ວຍເຫຼືອຜູ້ເຄາະຮ້າຍ. ໃນໂອກາດດັ່ງກ່າວນີ້ປະທານກອງປະຊຸມ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນ ຮອງປະທານ ແະ ຜູ້ປະຈໍາການ ຄຊກລ, ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືຮ້ອມດ້ານ ແລະ ການສະໜັບສະໜູນຂອງສາກົນ, ແລະ ໄດ້ຢໍ້າຄືນເຖິງຄວາມໝາຍໝັ້ນຂອງ ສປປ ລາວ ໃນການຮ່ວມມີ ແລະ ເຮັດວຽກຮ່ວມກັນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສາມາດນໍາມໄດ້ໝາກຜົນທີ່ເປັນຮູບປະທໍາ, ປະກອບສ່ວນເຂົ້າໃນການສະໜັບສະໜູນການບັນລຸເປົ້າໝາຍລວມ, ແລະ ປັບປຸງປະສິດທິພາບ ແລະ ປະສິດທິຜົນຂອງຂະແໜງການ ລບຕ. ທ່ານປະທານຍັງໄດ້ກ່າວຕື່ມ ແລະ ຊຸກຍູ້ການປະສານງານທີ່ໂລ່ງລ່ຽນ ທ້ງສາຍຕັ້ງ ແລະ ສາຍຂວາງ, ແຕາສູນກາງ ຮອດ ທ້ອງຖິ່ນ, ແລະ ຢໍ່າຄືນບົດບາດຄວາມສໍາຄັນຂອງ ຫ້ອງການ ຄຊກລ ໃນການເພີ່ມທະວີຄວາມເປັນເຈົ້າການ, ຍົກລະດັບການຮ່ວມມື ແລະ ການສະໜັບສະໜູນ, ການສົ່ງເສີມຄວາມໂປ່ງໃສ, ແລະ ຮັບປະກັນການສ້າງກົນໄກ ແລະ ແນວທາງການຈັດຕັ້ງປະຕິບັດວຽກງານ ລບຕ ຂອງຂະແໜງການທີ່ຍືນຍົງ, ເຊິ່ງສິ່ງເລົ່ານີ້ແມ່ນມີຄວາມສໍາຄັນໃນການປະກອບສ່ວນສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມທີ່ຍືນຍົງຂອງ ສປປ ລາວ ໃນອະນາຄົດ. ພ້ອມກັນນັ້ນ, ໃນກວຽກງານການຮ່ວມມື, ທ່ານ ຮອງປະທານກອງປະຊຸມ ທ່ານ ນາງ ເຮເຕີ້ ວາເຣີເຣຍ, ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ກໍໄດ້ແລກປ່ຽນວ່າ ດ້ວຍການຮ່ວມມືທີ່ດີດັ່ງກ່າວ ໄດ້ເຮັດໃຫ້ພສກເຮົາສາມາດບັນລຸຕົວເລກກວດກູ້ທີ່ສູງ ໂດຍສະເພາະອົງການປະຕິບັດງານທີ່ໄດ້ຮັບທຶນການສະໜັບສະໜູນຈາກ ສະຫະລັດ ສາມາດບັນລຸໄດ້ເຖິງ 5,600 ເຮັກຕາ ໃນປີ 2024 ທີ່ຜ່ານມາ. ທ່ານ ນາງ ມາຕິນ ເທີເຣີ, ຜູ້ຕ່າງໜ້າອົງການ ສປຊ ເພື່ອການພັດທະນາ ປະຈໍາ ສປປ ລາວ ກໍໄດ້ຢໍ້າຄືນເຖິງຄວາມສໍາຄັນໃນການສ້າງ ແລະ ຊອກແນວທາງການແກ້ໄຂບັນຫາ ລບຕ ທີ່ຍືນຍົງ, ໂດຍສະເພາະບົດບາດຂອງ ກອງກວດກູ້ມະນຸດສະທໍາ - ກອງ 58 ຂອງ ກອງທັບປະຊາຊົນລາວ, ແລະ ເຫັນໄດ້ເຖິງຄວາມຈໍາເປັນໃນການເຊື່ອມສານວຽກງານ ລບຕ ເຂົ້າກັບແຜນພັທະນາຂອງຂະແໜງການ ແລະ ການລະດົມທຶນໃຫ້ມີຄວາມຫຼາກຫຼາຍ. ຈັດ ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຄັ້ງທີ 1 ປະຈໍາປີ 2025 ແມ່ນໄດ້ຮັບການປະສະໜັບສະໜູນຈາກ ອົງການຮ່ວມມືເພື່ອການພັດທະນາສາກົນ ຫຼື ອົງການ ກອຍກາ.

ຕ້ອງການຊ່ວຍເຫຼືອ?

ຕິດຕໍ່ທີມງານເພື່ອຂໍຄວາມຊ່ວຍເຫຼືອ ຫຼື ສອບຖາມຂໍ້ມູນ