
ກອງປະຊຸມ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີີ່ຕົກຄ້າງຢູ່ ສປປ ລາວ
ກອງປະຊຸມ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີີ່ຕົກຄ້າງຢູ່ ສປປ ລາວ ລະດັບທ້ອງຖິ່ນທົ່ວປະເທດ, ໄດ້ຈັດຂື້ນໃນວັນທີ 14 ສິງຫາ 2025 ທີ່ ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງປະທານ ແລະ ຜູ້ປະຈໍາການຄະນະກໍາມະການແຫ່ງຊາດ ເພືື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) , ໂດຍມີຜູ້ແທນຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມຜ່ານທາງອອນລາຍ ຄື ບັນດາ ຮອງເຈົ້າເເຂວງ, ຫ້ອງວ່າການແຂວງ, ພະເເນກຕ່າງປະເທດ ແລະ ພະແນກກ່ຽວຂ້ອງພ້ອມທັງພາກສ່ວນຈັດຕັ້ງປະຕິບັດຕ່າງໆເຂົ້າຮ່ວມ ຫຼາຍກ່ວາ 50 ທ່ານ ກອງປະຊຸມໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ພົ້ນເດັ່ນໃນປີ 2024 ທີ່ຜ່ານມາ ເເມ່ນມີຄວາມຄືບໜ້າຫຼາຍດ້ານທີ່ພົ້ນເດັ່ນ ໂດຍສະເພາະເເມ່ນວຽກງານສຳຫຼວດກວດກູ້ ທີ່ສາມາດບັນລຸໄດ້ຫຼາຍກວ່າ 7,000 ເຮັກຕາ ແລະ ສາມາດຢືນຢັນພື້ນທີ່ອັນຕະລາຍໄດ້ເຖິງ 33,000 ກວ່າເຮັກຕາ ໃນ 15 ແຂວງ ທົ່ວປະເທດ. ນອກຈາກນີ້, ຍັງສາມາດທໍາລາຍລູກລະເບີດບໍ່ທັນແຕກໄດ້ ຫຼາຍກວ່າ 97,000 ໜ່ວຍ, ໃນນັ້ນມີລູກບອມບີ້ ຫຼາຍກວ່າ 71,000 ໜ່ວຍ ຜົນງານດັ່ງກ່າວເເມ່ນໄດ້ສະເເດງໃຫ້ເຫັນເຖິງຜົນສໍາເລັດໃນຄວາມພະຍາຍາມຂອງທຸກພາກສ່ວນອັນສຳຄັນຕໍ່ກັບວຽກງານພັດທະນາ ການສ້າງສະພາບເເວດລ້ອມທີ່ເອື້ອອຳນວຍຄວາມສະດວກໃນເເນວທາງການປັບປຸງຊີວິດການເປັນຢູ່ ເເລະ ຫຼູດຜ່ອນກຄວາມທຸກຍາກຂອງປະຊາຊົນລາວເປັນເທື່ອລະກ້າວ ກອງປະຊຸມຍັງໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນປະຈຳ 07 ເດືອນຕົ້່ນປີ 2025 ຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ, ໄດ້ລາຍງານກ່ຽວກັບຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາວຽກງານຕ່າງໆ ເປັນຕົ້ນ: ວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກ ລະເບີີດບໍ່ທັນແຕກ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ວຽກງານການສຳຫຼວດ-ກວດກູ້, ການຄຸ້ມຄອງຂໍ້ມູນ ແລະ ວຽກງານອື່ນໆ. ຜົນສໍາເລັດເຫຼົ່ານີ້ ແມ່ນປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການພັດທະນາ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງປະເທດ. ຄຽງຄູ່ກັບຄວາມຄືບໜ້າ, ກອງປະຊຸມຍັງໄດ້ຍົກໃຫ້ເຫັນໄພຄຸກຄາມຈາກ ລບຕ ທີ່ຍັງສືບຕໍ່ສ້າງຜົນກະທົບໃນການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ, ສະເພາະແຕ່ 7 ເດືອນຕົ້ນປີ ມີອຸບັດຕິເຫດຈາກ ລບຕ ເກີດຂຶ້ນທັງໝົດ 8 ຄັ້ງ ມີຜູ້ຖືກເຄາະຮ້າຍທັງໝົດ 14 ຄົນ, ໃນນັ້ນ ມີຜູ້ບາດເຈັບ 9 ຄົນ ແລະ ເສຍຊີວິດ 5 ຄົນ, ໃນນັ້ນມີເດັກນ້ອຍບາດເຈັບ 7 ຄົນ ເດັກຍິງ 1 ຄົນ ແລະ ເດັກຊາຍເສຍຊີວິດ 1 ຄົນ ແລະ ເດັກຍິງ 1 ຄົນ, ຈໍານວນເດັກນ້ອຍມີທັງໝົດ 67 ເປີເຊັນ. ຂະແໜງການ ລບຕ ກໍຍັງມີຫຼາຍສິ່ງທ້າທາຍ ເຊັ່ນ: ຂອດການປະສານງານ, ການແບ່ງໜ້າທີ່ຄວາມຮັບຜິດຊອບ (ໂດຍສະເພາະວຽກງານຊ່ວຍເຫຼືອຜູ້ຖືກເຄາະຮ້າຍ), ແລະ ວຽກງານສໍາຫຼວດກວດກູ້ ແລະ ໂຄສະນາສຶກສາຄວາມສ່ຽງຈາກ ລບຕ ຍັງບໍ່ທັນຕອບສະໜອງໄດ້ເທົ່າທີ່ຄວນ. ນອກຈາກນີ້, ງົບປະມານ ແລະ ການສະໜັບສະໜູນທຶນຮອນສໍາລັບວຽກງານ ລບຕ ກໍ່ມີທ່າອ່ຽງຫຼຸດລົງ. ທ່ານ ອານຸພາບ ວົງໜໍ່ແກ້ວ ຍັງໄດ້ໃຫ້ທິດຊີ້ນໍາທີ່ສໍາຄັນໃຫ້ເເກ່ພາກສ່ວນທີ່ກ່ຽວຂ້ອງສະໜອງແຜນພັດທະນາ ເພື່ອປະກອບເຂົ້າໃນແຜນບູລິມະສິດການກວດກູ້ ແລະ ທໍາລາຍ ລບຕ, ເພີ່ມທະວີການພົວພັນປະສານງານ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານ ລບຕ ໃຫ້ສໍາເລັດຕາມຈຸດປະສົງ ແລະ ຄາດໝາຍ, ສືບຕໍ່ຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີ ເຂົ້າມາຮັບໃຊ້ວຽກງານ ລບຕ ໃຫ້ມີປະສິດທິພາບ, ເພີ່ມທະວີການລະດົມຂົນຂວາຍທຶນ ແລະ ຈັດສັນງົບປະມານສໍາລັບວຽກງານສໍາຫຼວດ-ກວດກູ້ ແລະ ທໍາລາຍລະເບີດ, ສະໜັບສະໜູນການສ້າງ ແລະ ພັດທະນາກອງກວດກູ້ລະເບີດ ເພື່ອມະນຸດສະທຳຂອງກອງທັບ ໃຫ້ເຂັ້ມແຂງ ແລະ ຍືນຍົງ, ໃຫ້ທິດຊີ້ນໍາກ່ຽວກັບການສ້າງນິຕິກໍາສະເພາະຂອງຫ້ອງການ ຄຊກລ, ການສ້າງມາດຖານແຫ່ງຊາດວ່າດ້ວຍການກວດກູ້ລະເບີດຝັງດິນ, ແລະ ການລະດົມທຶນກັບ ສປ ຈີນ, ອິນເດຍ ແລະ ອື່ນໆ, ທິດຊີ້ນໍາກ່ຽວກັບແຜນການເກັບກູ້ລະເບີດ 1,000 ປອນ ທີ່ພົບເຫັນຢູ່ ແຂວງບໍລິຄໍາໄຊອີກດ້ວຍ. ກອງປະຊຸມໄດ້ສະຫຼຸບລົງດ້ວຍຄວາມໝາຍໝັ້ນ ແລະ ການເພີ່ມທະວີຄວາມພະຍາຍາມທີ່ຈະເສີມຂະຫຍາຍວຽກງານ ລບຕ ຢູ່ ສປປ ລາວ ໃຫ້ດີຂຶ້ນເລື້ອຍໆ ເພື່ອປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດໃນແຕ່ລະໄລຍະ.




