ຂ່າວຈາກເວັບໄຊ ຄຊກລ

ກອງປະຊຸມກຸ່ມວຽກງານວິຊາການດ້ານວຽກງານກວດກູ້ລະເບີດທີ່ບໍ່ທັນແຕກປະຈຳໄຕມາດ 3/2025

⏰ October 3, 2025

ໃນວັນທີ 26 ກັນຍາ 2025, ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດທີ່ບໍ່ທັນເເຕກ ທີ່ຕົກຄ້າງຢູ່ ສປປ ລາວ ແລະ ອົງການ Humanity & Inclusion (HI) ໄດ້ຮ່ວມກັນເປັນປະທານກອງປະຊຸມກຸ່ມວຽກງານວິຊາການດ້ານວຽກງານກວດກູ້ລະເບີດທີ່ບໍ່ທັນແຕກປະຈຳໄຕມາດ 3 ປີ 2025. ໂດຍການເປັນປະທານຮ່ວມ ຂອງ ທ່ານ ບຸນເພັງ ສີສະຫວັດ, ຫົວໜ້າຫ້ອງການ ຄຊກລ ເເລະ ທ່ານ ເຮເນຍ ຄາລາບາຍ, ຜູ້ຈັດການ ອົງການ HI ປະຈຳ ສປປ ລາວ ກອງປະຊຸມໄດ້ຈັດຂຶ້ນ ທີ່ໂຮງເເຮມ ສຸພັດຕຣາ, ນະຄອນຫຼວງວຽງຈັນ. ກອງປະຊຸມກຸ່ມວິຊາການປະຕິບັດງານວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ປະຈຳໄຕມາດທີ 3 ໄດ້ຈັດຂຶ້ນຢ່າງສຳເລັດຜົນ ໂດຍມີການເຂົ້າຮ່ວມຈາກບັນດາຜູ້ຕາງໜ້າທັງພາກລັດ ແລະ ພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ. ກອງປະຊຸມຄັ້ງນີ້ແມ່ນເປັນເວທີສຳຄັນໃນການປຶກສາຫາລື, ແລກປ່ຽນຂໍ້ມູນ, ແລະ ຊອກຫາແນວທາງເພື່ອປັບປຸງວຽກງານແກ້ໄຂບັນຫາ ລບຕ ທີ່ຕົກຄ້າງຢູ່ ສປປ ລາວ. ໃນກອງປະຊຸມໄດ້ແບ່ງເປັນ 3 ກຸ່ມຍ່ອຍເພື່ອປຶກສາຫາລືໃນຫົວຂໍ້ສະເພາະ. ກຸ່ມທີໜຶ່ງໄດ້ສຸມໃສ່ວຽກງານໂຄສະນາສຶກສາຄວາມສ່ຽງໄພ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ. ກຸ່ມທີສອງໄດ້ສົນທະນາກ່ຽວກັບວຽກງານສຳຫຼວດ-ກວດກູ້ ແລະ ການຄຸ້ມຄອງຄຸນະພາບ, ລວມທັງບັນຫາລະເບີດຂະໜາດໃຫຍ່ທີ່ພົບເຫັນຢູ່ໃກ້ກັບບ້ານເຮືອນຂອງປະຊາຊົນໃນເມືອງຄຳເກີດ, ແຂວງບໍລິຄຳໄຊ. ສ່ວນກຸ່ມທີສາມແມ່ນໄດ້ປຶກສາຫາລືກ່ຽວກັບການຄຸ້ມຄອງຂໍ້ມູນແຫ່ງຊາດ. ທ່ານ ຫົວໜ້າ ຫ້ອງການ ຄຊກລ ໄດ້ຕີລາຄາສູງຕໍ່ການປະກອບຄຳຄິດເຫັນຂອງທຸກພາກສ່ວນ ແລະ ໄດ້ສະຫຼຸບວ່າ ກອງປະຊຸມຄັ້ງນີ້ໄດ້ບັນລຸເປົ້າໝາຍທີ່ວາງໄວ້. ຜົນສຳເລັດທີ່ສຳຄັນແມ່ນການເຫັນດີເອກະພາບໃຫ້ບັນດາອົງການຈັດຕັ້ງສືບຕໍ່ປະສານງານ ແລະ ຮັດແໜ້ນການຮ່ວມມືກັບ ຄຊກລ ໃຫ້ໃກ້ຊິດຍິ່ງຂຶ້ນ, ພ້ອມທັງກະກຽມປັບປຸງມາດຕະຖານການປະຕິບັດງານໂດຍອີງໃສ່ມາດຕະຖານແຫ່ງຊາດສະບັບປັບປຸງໃໝ່. ນອກຈາກນີ້, ກອງປະຊຸມຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການລາຍງານບັນຫາຕ່າງໆທີ່ພົບເຫັນຢ່າງວ່ອງໄວ ເພື່ອຮັບປະກັນການແກ້ໄຂບັນຫາໄດ້ທັນການ ແລະ ກອງປະຊຸມໄດ້ສິ້ນສຸດລົງດ້ວຍການສະຫຼຸບ ແລະ ຮຽກຮ້ອງໃຫ້ຜູ້ປະຕິບັດງານປັບປຸງຂັ້ນຕອນການປະຕິບັດງານມາດຕະຖານ (SOPs) ແລະ ເສີມສ້າງການປະສານງານກັບອຳນາດການປົກຄອງທ້ອງຖິ່ນ.

ຕ້ອງການຊ່ວຍເຫຼືອ?

ຕິດຕໍ່ທີມງານເພື່ອຂໍຄວາມຊ່ວຍເຫຼືອ ຫຼື ສອບຖາມຂໍ້ມູນ