ຂ່າວຈາກເວັບໄຊ ຄຊກລ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ແຂວງ ສະຫວັນນະເຂດ, ສປປ ລາວ

⏰ June 19, 2025

ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2025 ທີ່ ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ແຂວງ ສະຫວັນນະເຂດ, ສປປ ລາວ ໄລຍະ VII, ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕາງໜ້າໂດຍ ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ອົງການເກັບກູ້ລະເບີດ ຮາໂລ ທຣາສ ປະຈຳ ສປປ ລາວ. ໂຄງການດັ່ງກ່າວໄດ້ຮັບທຶນສະໜັບສະໜູນ ຈາກ ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ລາຊະອານາຈັກອັງກິດ ໃນມູນຄ່າ 288,135 ປອນສະເຕີລິງ ເຊິ່ງມີໄລຍະການຈັດຕັ້ງປະຕິບັດນັບແຕ່ມື້ໄດ້ຮັບການອະນຸມັດ ຈົນເຖິງວັນທີ 31 ມີນາ 2026 ໂດຍແມ່ນອົງການ ຮາໂລ ທຣາສ ປະຈຳ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດ ຮ່ວມກັບ ຫ້ອງການ ຄຊກລ. ໂຄງການດັ່ງກ່າວປະກອບມີ 01 ກິດຈະກໍາຫຼັກຄື:​ ວຽກງານກວດກູ້ລະເບີດບໍ່ທັນແຕກ ແລະ ທໍາລາຍລະເບີດເຄື່ອນທີ່ ທີ່ຈະຈັດຕັ້ງປະຕິບັດຢູ່ສອງເມືອງຄື: ເມືອງ ເຊໂປນ ແລະ ເມືອງພິນ. ໃນບົດຄຳເຫັນ ຂອງ, ທ່ານ ຫົວໜ້າຫ້ອງການ ຄຊກລ ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ວ່າ ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ໂດຍການຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ປະເທດຜູ້ໃຫ້ທຶນ ໃນການຈັດຕັ້ງປະຕິບັດໂຄງການຕ່າງໆຄວາມມຸ່ງໝັ້ນນີ້ແມ່ນສອດຄ່ອງກັບພັນທະສາກົນເຊັ່ນ: ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM), ເປົ້າໝາຍການພັດທະນາແບບຍືນຍົງທີ 18 (SDG 18), ແລະ ແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ແຕ່ປີ 2021-2030 (ເສັ້ນທາງຄວາມປອດໄພ III). ສະຫະລາຊະອານາຈັກອັງກິດ ເປັນໜຶ່ງໃນຜູ້ໃຫ້ທຶນຫຼັກ , ໂດຍໄດ້ໃຫ້ການຊ່ວຍເຫຼືອຫຼາຍກວ່າ 22,97 ລ້ານໂດລາສະຫະລັດ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ໂດຍຜ່ານບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ລວມທັງ ອົງການ ຮາໂລ ທຣາສທ໌ ເຊິ່ງເປັນອົງການເກັບກູ້ລະເບີດ ເພື່ອມະນຸດສະທຳ ທີ່ຕັ້ງໜ້າໃນໃນການປະຕິບັດວຽກງານ ຢູ່ ສປປ ລາວ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ. ໂດຍສະເພາະ, ລະຫວ່າງປີ 2024 ຫາຕົ້ນປີ 2025, ພາຍໃຕ້ການສະໜັບສະໜູນທຶນຈາກສະຫະລາຊະອານາຈັກອັງກິດ, ອົງການດັ່ງກ່າວໄດ້ສໍາເລັດການກວດກູ້ລະເບີດອອກຈາກພື້ນທີ່ດິນໃນສອງເມືອງ ຄື: ເມືອງພິນ ແລະ ເຊໂປນ, ລວມທັງໝົດ 67 ເຮັກຕາ. ພ້ອມກັນນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງຄະນະກຳມະການຂັ້ນແຂວງ ແລະ ເມືອງ , ພະແນກການຕ່າງປະເທດແຂວງ , ປະເທດຜູ້ໃຫ້ທຶນ ແລະ ອົງການ ຮາໂລ ທຣາສທ໌ ປະຈຳ ສປປ ລາວ ທີ່ມີການລະດົມຂົນຂວາຍທຶນ ແລະ ການເອົາໃຈໃສ່ໃນການຄຸ້ມຄອງ, ວາງແຜນໃນການຈັດຕັ້ງປະຕິບັດໂຄງການ ແລະ ການປະສານສົມທົບກັບຄູ່ຮ່ວມງານແຕ່ລະຂັ້ນໃນການຈັດຕັ້ງປະຕິບັດວຽກງານຢ່າງມີປະສິດທິຜົນ..

ຕ້ອງການຊ່ວຍເຫຼືອ?

ຕິດຕໍ່ທີມງານເພື່ອຂໍຄວາມຊ່ວຍເຫຼືອ ຫຼື ສອບຖາມຂໍ້ມູນ