ພິທີເປີດ ກອງປະຊຸມປະຈໍາປີ ລັດພາຄີສົນທິສັນຍາ ວ່າດ້ວຍການເກືອກຫ້າມລະເບີດລູກຫວ່ານ ຄັ້ງທີ 13
ວັນທີ 16 ກັນຍາ 2025 ທີ່ ເຊີເເນວ, ປະເທດສະວິດສ, ຄະນະຜູ້ເເທນ ສປປ ລາວ ນໍາພາໂດຍ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ພິທີເປີດ ກອງປະຊຸມປະປະຈໍາປີຂອງ ລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (Convention on Cluster Munitions-CCM) ຄັ້ງທີ 13, ເຊິ່ງຈັດຂື້ນໃນລະຫວ່າງວັນທີ 16-19 ກັນຍາ 2025 ທີ່ ຫ້ອງການ ອົງການ ສະຫະປະຊາຊາດ, ເຊີແນວ, ປະເທດສະວິດສ. ກອງປະຊຸມໃນປີນີ້ແມ່ນໄດ້ດໍາເນີນພາຍໃຕ້ການເປັນປະທານຂອງ ເອກອັກຄະລັດຖະທູດ/ ຜູ້ຕ່າງໜ້າຖາວອນ ຟີລິບປິນ ປະຈໍາອົງການ ສປຊ ທີ່ ເຊິແນວ ແລະ ມີບັນດາປະເທດສະມາຊິກ ແລະ ບັນດາປະເທດສັງເກດການ ເຂົ້າຮ່ວມຫຼາຍກວ່າ 112 ປະເທດ, ລວມທັງຜູ້ຕ່າງໜ້າ ບັນດາອົງການຈັດຕັ້ງສາກົນ ແລະ ສະຖາບັນຄົ້ນຄ້ວາຕ່າງໆເຂົ້າຮ່ວມ ທັງໝົດຫຼາຍກວ່າ 200 ຄົນ. ຄະນະຜູ້ແທນຂອງ ສປປ ລາວ ນໍາພາໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮ່ວມກ່າວ ແລະ ແລກປ່ຽນໃນພາກອະພິປາຍທົ່ວໄປຂອງກອງປະຊຸມ ແລະ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຊຶ່ງປິນີ້ເປັນປີທີ່ມີຄວາມໝາຍທີ່ສໍາຄັນທີ່ ບັນດາປະເທດສະມາຊິກ ໄດ້ຮ່ວມກັນສະເຫຼີມສະຫຼອງຄົບຮອບ 15 ປີ ນັບຕັ້ງແຕ່ການມີຜົນບັງຄັບໃຊ້ຂອງສົນທິສັນຍາດັ່ງກ່າວ ໃນປີ 2010 ຈົນຮອດປັດຈຸບັນ. ສໍາລັບ ສປປ ລາວ ສົນທິສັນຍາດັ່ງກ່າວເປັນເອກະສານແມ່ບົດທີ່ມີບົດບາດສໍາຄັນໃນການປະກອບສ່ວນຕໍ່ແນວທາງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ (ລບຕ) ຢູ່ໃນປະເທດ ແລະ ໄດ້ປະກອບສ່ວນຄວາມຄືບໜ້າອັນສໍາຄັນໃນວຽກງານການສໍາຫຼວດ, ກວດກູ້, ວຽກງານການໂຄສະນາຄວາມສ່ຽງຈາກ ລບຕ ແລະ ວຽກງານການຊ່ວຍເຫຼືອຜູ້ເຄາະຮ້າຍ, ເວົ້າສະເພາະກໍຄືການຊຸກຍູ້ການສ້າງ ແລະ ຈັດຕັ້ງປະຕິບັດ ຍຸດທະສາດຂອງຂະແໜງການ ລບຕ “ເສັ້ນທາງສູ່ຄວາມປອດໄພ III (2021-2030)” ແລະ ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ແຫ່ງຊາດ ເປົ້າໝາຍທີ 18 ວ່າດ້ວຍ ຊີວິດປອດໄພຈາກລະເບີດບໍ່ທັນແຕກ. ທ່ານ ຮອງລັດຖະມົນຕີ ຍັງໄດ້ແລກປ່ຽນວ່າ ເຖິງຈະມີຄວາມຄືບໜ້າຫຼາຍດ້ານອັນສໍາຄັນ, ສປປ ລາວ ຍັງສືບຕໍ່ພົບພໍ້ກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຫຍາກຫຼາຍປະການ, ເນື່ອງຈາກຍັງມີ ລບຕ ຈໍານວນມະຫາສານຍັງຕົກຄ້າງ ຢູ່ ພື້ນແຜ່ນດິນຂອງ ສປປ ລາວ ເຊິ່ງຄາດຄະເນວ່າ ລະເບີດລູກຫວ່ານຫຼາຍຫວ່າ 80 ລ້ານໜ່ວຍທີ່ຍັງບໍ່ທັນແຕກ ຍັງສືບຕໍ່ເປັນໄພຂົ່ມຂູ່ ແລະ ເປັນອັນຕະລາຍຕໍ່ການດໍາລົງຊີວິດຂອງປະຊາຊົນລາວ ແລະ ສືບຕໍ່ເປັນສິ່ງກີດຂວາງຕໍ່ການພັດທະນາຂອງ ສປປ ລາວ, ສະນັ້ນ ໃນສະພາບການທີ່ບໍ່ແນ່ນອນ ແລະ ການຊ່ວຍເຫຼືອເພື່ອການພັດທະນາທີ່ມີທ່າອ່ຽງຫຼຸດລົງໃນປັດຈຸບັນ, ຈຶ່ງໄດ້ຮຽກຮ້ອງໃຫ້ວົງຄະນະຍາດສາກົນ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອ ສປປ ລາວ ແລະ ບັນດາປະເທດທີ່ໄດ້ຮັບຜົນກະທົບຈາກ ລະເບີດລູກຫວ່ານ. ນອກນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ຊຸກຍູ້ວົງຄະນາຍາດສາກົນ ໃຫ້ການສະໜັບສະໜູນການເປັນປະທານ ຂອງ ສປປ ລາວ ໃນການຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາລະເບີດລູກຫວ່ານ ທີ່ ຈະຈັດຂື້ນຢູ່ ນະຄອນຫຼວງວຽງຈັນ ໃນປີ 2026 ອີກດ້ວຍ. ພ້ອມກັນນັ້ນ, ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້ ຄະນະຜູ້ແທນຂອງ ສປປ ລາວ ຍັງໄດ້ຈັດງານວ່າງສະແດງ ແຜນແຜ່ ແລະ ຮູບແຕ້ມສິນລະປະ ທີ່ສະທ້ອນໃຫ້ເຫັນເຖິງເລື່ອງລາວ ແລະ ຜົນກະທົບຈາກ ລບຕ ຢູ່ ສປປ ລາວ, ຄຽງຄູ່ກັນນັ້ນ, ສໍານັກງານຜູ້ຕ່າງໜ້າຖາວອນ ແຫ່ງ ສປປ ລາວ ຮ່ວມກັບ ອຽກລັງ ຍັງໄດ້ຮ່ວມກັນເປັນເຈົ້າພາບຈັດ ກອງປະຊຸມປິ່ນອ້ອມ (Side-Event) ພາຍໃຕ້ຫົວຂໍ້ “ເສັ້ນທາງແຫ່ງການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຂອງ ສປປ ລາວ ຕະຫຼອດໄລຍະ 15 ປີ”. ງານດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ຂອງຄະນະຜູ້ແທນ ສປປ ລາວ ນໍາພາໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮ່ວມກັບບັນດາ ທ່ານເອກອັກຄະລັດຖະທູດບັດດາປະເທດຄູ່ຮ່ວມພັດທະນາທີ່ສໍາຄັນ, ລວມທັງ ອຽກລັງ, ຟິລິບປິນ, ນອກແວ ແລະ ສປປ ລາວ ແລະ ມີຜູ້ເຂົ້າຮ່ວມຂອງບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນເປັນຈໍານວນຫຼາຍ. ຈຸດປະສົງຫຼັກຂອງການຈັດງານປິ່ນອ້ອມດັ່ງກ່າວນີ້ ແມ່ນເພື່ອພ້ອມກັນທົບທວນຄືນຜົນສໍາເລັດຕະຫຼອດໄລຍະເວລາ 15 ປິ ທີ່ຜ່ານມາພາຍໃຕ້ການຈັດຕັ້ງປະຕິບັດສົນທິສັນຍາການເກືອຫ້າມລະເບິດລູກຫວ່ານ ໂດຍນໍາເອົາປະສົບການ ແລະ ບົດຮຽນຂອງ ສປປ ລາວ ມາແລກປ່ຽນກັບບັນດາປະເທດສະມາຊິກສົນທິສັນຍາອີກດ້ວຍ. ໃນໂອກາດດັ່ງກ່າວນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວແລກປ່ຽນ ປະສົບການຂອງ ສປປ ລາວ ໃນຖານະເປັນປະເທດທີ່ຖືກຖິ້ມລະເບີດໜັກທີ່ສຸດໃນປະຫວັດສາດເມື່ອທຽບໃສ່ຈຳນວນພົນລະເມືອງ, ສປປ ລາວ ຍັງຄົງໄດ້ຮັບຜົນກະທົບຢ່າງໜັກຈາກສິ່ງຕົກຄ້າງຂອງລະເບີດລູກຫວ່ານ, ເຊິ່ງຍັງສືບຕໍ່ຂັດຂວາງຊີວິດການເປັນຢູ່ ແລະ ການພັດທະນາປະເທດຊາດ. ທ່ານຮອງລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມຮີບດ່ວນຂອງວຽກງານດັ່ງກ່າວ ໂດຍຍົກຕົວຢ່າງເຫດການທີ່ເກີດຂຶ້ນບໍ່ດົນມານີ້ທີ່ເກີດຂຶ້ນ ກໍຄືການພົບລູກລະເບີດບໍ່ທັນແຕກຢູ່ໃກ້ກັບເຮືອນຂອງປະຊາຊົນໃນແຂວງບໍລິຄໍາໄຊ ແລະ ເຫດການໂສກເສົ້າທີ່ແຂວງຈຳປາສັກ ທີ່ພໍ່ຄົນໜຶ່ງໄດ້ເສຍຊີວິດໃນຂະນະທີ່ກຳລັງກຽມດິນເພື່ອທຳກາານກະສິກຳ. ສປປ ລາວ ແມ່ນໜຶ່ງໃນບັນດາລັດທຳອິດທີ່ໄດ້ລົງນາມ ແລະ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຕໍ່ຈຸດປະສົງຂອງ CCM. ທ່ານ ຮອງລັດຖະມົນຕິ ຍັງໄດ້ເນັ້ນວ່າ ຄວາມຄືບໜ້ານີ້ເປັນການຮ່ວມມືລະຫວ່າງລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບ, ໂດຍໄດ້ຮຽກຮ້ອງໃຫ້ມີ "ຄວາມພະຍາຍາມຮ່ວມກັນໃນລະດັບສາກົນ" ແລະ "ຄວາມສາມັກຄີທີ່ແໜ້ນແຟ້ນ" ເພື່ອຮັບປະກັນອະນາຄົດທີ່ສົດໃສກວ່າເກົ່າສຳລັບທຸກຄົນ. ນອກຈາກນີ້ຍັງໄດ້ຮັບກຽດຈາກ ທ່ານ ນໍແອລ ໄວທ໌, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນຂອງປະເທດອຽກລັງ, ທ່ານ ຄາລອດ ໂຊເຣັດຕາ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນ ຟີລິບປິນ, ແລະ ປະທານກອງປະຊຸມລັດພາຄີຄັ້ງທີ 13 (MSP), ທ່ານ ທໍມອດ ເອນເດຼເຊັນ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນຂອງປະເທດນອກເເວ, ໄດ້ປະກອບສ່ວນເຂົ້າໃນການສົນທະນາ. ໃນໂອກາດນີ້, ທ່ານ ດາວີ ວົງໄຊ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນຂອງ ສປປ ລາວ ປະຈຳອົງການ ສປຊ ທີ່ ເຊີແນວ, ໄດ້ນຳສະເໜີໂດຍສັງເຂບບົດລາຍງານກ່ຽວກັບ ເສັ້ນທາງເເຫ່ງການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຂອງ ສປປ ລາວ ຕະຫຼອດໄລຍະ 15 ປີ. ໃນກອງປະຊຸມຍັງໄດ້ມີການສາຍວິດີໂອສາລະຄະດີສັ້ນເລື່ອງ: "ຮ່ອງຮອຍທີ່ຍັງຄົງຢູ່: ສຽງຂອງຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ແລະ ຄວາມຄືບໜ້າຂອງ ສປປ ລາວ ໃນການແກ້ໄຂບັນຫາຈາກລະເບີດບໍ່ທັນແຕກໃນ ສປປ ລາວ" ເພື່ອເນັ້ນຢໍ້າຂອງການດຳເນີນການເເກ້ໄຂວຽກງານ ລບຕ ຂອງ ສປປ ລາວ. ພ້ອມກັນນັ້ນ, ທ່ານ ນາງ ພາເມລາ ໂມຣາກາ, ຜູ້ອຳນວຍການຂອງໜ່ວຍງານສະໜັບສະໜູນ ສົນທິສັນຍາ (ISU-CCM), ກໍໄດ້ຮ່ວມສົນທະນາກ່ຽວກັບຜົນສຳເລັດ, ສິ່ງທ້າທາຍ, ບົດຮຽນ, ແລະ ທິດທາງໃນຕໍ່ໜ້າສຳລັບການຈັດຕັ້ງປະຕິບັດສົນທິສັນຍາ CCM ໃນຮອບ 15 ປີ ເເລະ ທ່ານ ເເມັດທິວ ລາຣູແອລ, ຜູ້ຈັດການໂຄງການທີ່ ສູນສາກົນຂອງ ເຈນິວາ ວ່າດ້ວຍສໍາຫຼວດກວດກູ້ ລບຕ ເພື່ອມະນຸດສະທໍາ (GICHD), ໄດ້ເນັ້ນບົດບາດຜູ້ປະສານງານຂອງປະເທດສຳລັບການສຶກສາຄວາມສ່ຽງຈາກລະເບີດ (EORE) ອີກດ້ວຍ. ຄະນະຜູ້ແທນ ສປປ ລາວ ຈະໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ ແລະ ປະກອບຄໍາເຫັນແລກປ່ຽນຕໍ່ຫົົວສໍາຄັນຕ່າງໆ, ເປັນຕົ້ນແມ່ນວຽກງານການຊຸກຍູ້ການຮ່ວມລົງນາມ ແລະ ໃຫ້ສັດຕະຍະບັນຕໍ່ສົນທິສັນຍາ, ວຽກງານສໍາຫຼວດກວດກູ້, ການໂຄສະນາສຶກສາຄວາມສ່ຽງຈາກ ລບຕ, ການຊ່ວຍເຫຼືອຜູ້ເຄາະຮ້າຍ, ການຮ່ວມມື ແລະ ການຊ່ວຍເຫຼືອຂອງສາກົນ, ມາດຕະການຈັດຕັ້ງປະຈິບັດສົນທິສັນຍາ ແລະ ການເຊື່ອມສານບົດບາດຍິງ-ຊາຍ, ເປັນຕົ້ນ. ກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເປັນກອງປະຊຸມທີ່ຈັດຂື້ນທຸກໆປີ ເພື່ອລາຍງານຄວາມຄືບໜ້າ, ສິ່ງທ້າທທາຍ ແລະ ຮັດແໜ້ນການຮ່ວມມືສາກົນໃຫ້ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ, ສປປ ລາວ ເປັນພາຄີຂອງສົນທິສັນຍາດັ່ງກ່າວ ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດພາຄີຄັ້ງທຳອິດຂື້ນໃນປີ 2010 ທີ່ນະຄອນຫຼວງວຽງຈັນ, ແລະ ສປປ ລາວ ກໍ່ຈະເປັນປະທານຈັດກອງປະຊຸມທົບທວນສົນທິສັນຍາ (ທີ່ຈັດຂື້ນທຸກໆ 5 ປີ) ຮອບວຽນທີ່ 3 ທີ່ຈະຈັດຂື້ນໃນປີ 2026 ທີ່ ນະຄອນຫຼວງວຽງຈັນ.




