ສປປ ລາວ ຮັບຫນ້າທີ່ເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູດຫວ່ານ
ໃນວັນທີ 19 ກັນຍາ 2025 ທີ່ ສໍານັກງານອົງການສະຫະປະຊາຊາດ ທີ່ ເຊີເເນວ, ປະເທດສະວິດສະເເລນ, ໃນໂອກາດ ເຂົ້າຮ່ວມກອງປະຊຸມປະຈໍາປີຂອງ ລັດພາຄີ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 13, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມໃນພີທີມອບ-ຮັບ ໜ້າທີ່ການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຢ່າງເປັນທາງການ ເຊິ່ງຈະຈັດຂື້ນທີ່ ນະຄອນຫຼວງວຽງຈັນ ໃນປີ 2026. ສປປ ລາວ ເປັນໜຶ່ງໃນປະເທດທຳອິດໃນໂລກທີ່ໄດ້ລົງນາມ ແລະ ໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ໃນປີ 2010. ການເປັນເຈົ້າພາບຈັດກອງປະຊຸມສາກົນດັ່ງກ່າວ ແມ່ນມີຄວາມຫມາຍສຳຄັນຍິ່ງ ເນື່ອງຈາກ ສປປ ລາວ ເປັນຫນຶ່ງໃນບັນດາປະເທດທີ່ນໍາພາໃນຂະບວນການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເຊິ່ງມີເປົ້າຫມາຍເພື່ອການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ການດໍາລົງຊີວິດ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສໍາລັບ ສປປ ລາວ, ນີ້ເປັນຄັ້ງທີ 2 ທີ່ໄດ້ຮັບໜ້າທີ່ເປັນປະທານຈັດກອງປະຊຸມສາກົນດັ່ງກ່າວ ເຊິ່ງໃນຜ່ານມາ ສປປ ລາວ ເຄີຍໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານຈັດກອງປະຊຸມລັດພາຄີຂອງສົນທິສັນຍາຄັ້ງທໍາອິດ ໃນປີ 2010 ຢູ່ທີ່ ນະຄອນຫຼວງວຽງຈັນ. ໃນໂອກາດດັ່ງກ່າວນີ້, ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ຢືນຢັນຄືນເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ສປປ ລາວ ເພື່ອຈັດຕັ້ງປະຕິບັດສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ໃນຖານະເປັນຫນຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຫລາຍກວ່າຫມູ່ໃນໂລກ ເຊິ່ງມີລະເບີດຫຼາຍກວ່າ 2 ລ້ານໂຕນ ຖືກຖິ້ມລົງໃສ່ຜືນແຜນດິນລາວໃນປາງສົງຄາມອິນດູຈີນ ເຊິ່ງໃນນັ້ນ ມີລະເບີດລູກຫວ່ານ ຫຼື ບ່ອມບີ້ ຫລາຍກວ່າ 270 ລ້ານຫນ່ວຍ ແລະ ຄາດວ່າມີປະມານ 80 ລ້ານຫນ່ວຍ ທີ່ຍັງບໍ່ທັນແຕກຕົກຄ້າງຢູ່ໃນດິນລາວ. ທ່ານ ລັດຖະມົນຕີ ຍັງໄດ້ກ່າວຕື່ມວ່າ ເປັນເວລາຫຼາຍກວ່າ 5 ທົດສະວັດ ພາຍຫລັງສົງຄາມສິ້ນສຸດລົງ ລະເບີດທີ່ຕົກຄ້າງຈາກປາງສົງຄາມ ໄດ້ສືບຕໍ່ທໍາລາຍ ແລະ ສ້າງຜົນກະທົບຕໍ່ຊິວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ, ໂດຍສະເພາະແມ່ນເດັກນ້ອຍ ແມ່ນໄດ້ຮັບເຄາະຮ້າຍຫລາຍກວ່າຫມູ່. ລະເບີດທີ່ບໍ່ທັນແຕກ ຍັງສືບຕໍ່ເປັນອຸປະສັກກີດຂວາງການພັດທະນາໃນດ້ານຕ່າງໆຂອງ ສປປ ລາວ. ການຮັບຫນ້າທີ່ເປັນປະທານ ແລະ ເຈົ້າພາບກອງປະຊຸມທົບທວນຮອບວຽນທີ3 ໃນປີ 2026 ທີ່ຈະມາເຖິງນີ້ ບໍ່ພຽງແຕ່ເປັນການເພີ້ມທະວີບົດບາດຂອງ ສປປ ລາວ ໃນເວທີສາກົນ, ແຕ່ຍັງເປັນການປະຕິບັດພັນທະສາກົນອັນມີຄວາມຫມາຍຍິ່ງ ທີ່ຕິດພັນຢ່າງໃກ້ຊິດກັບປະຫວັດສາດ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງ ສປປ ລາວ, ທັງເປັນຫນຶ່ງໃນຄວາມພາກພູມໃຈ ທີ່ ສປປ ລາວ ເຮົາໄດ້ຮັບມອບຫມາຍຫນ້າທີ່ສໍາຄັນຈາກວົງຄະນາຍາດສາກົນ ເພື່ອຊຸກຍູ້ການຮ່ວມມືສາກົນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໃນການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາດັ່ງກ່າວ. ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈຕໍ່ການນຳພາຂອງ ຟິລິປິນ, ປະທານກອງປະຊຸມລັດພາຄີຄັ້ງທີ 13 ໃນປີ 2025 ທີ່ປະຕິບັດຫນ້າທີ່ໄດ້ຢ່າງດີເລີດ. ການຖືກມອບຫມາຍໃຫ້ເປັນປະທານກອງປະຊຸມທົບທວນຄືນ ການປະຕິບັດສົນທິສັນຍາສາກົນວ່າດ້ວຍ ລະເບີດລູກຫວ່ານ ນີ້ໄດ້ຢັ້ງຢືນເຖິງຄວາມໝາຍໝັ້ນອັນສະເຫມີຕົ້ນສະເຫມີປາຍຂອງ ສປປ ລາວ ຕໍ່ວຽກງານສໍາຫຼວດ ແລະ ເກັບກູ້ ລະເບີດລູກຫວ່ານ ເຊິ່ງແມ່ນວຽກງານເພື່ອມະນຸດສະທຳຂອງສາກົນ. ນອກນັ້ນ, ສປປ ລາວ ຍັງໃຫ້ຄວາມສໍາຄັນແກ່ວຽກງານໂຄສະນາຄວາມສ່ຽງຈາກ ລບຕ, ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບ ແລະ ການຫັນປ່ຽນຈາກ “ການເປັນຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ” ມາເປັນ “ຜູ້ມີບົດບາດນໍາພາໃນລະດັບໂລກໃນການແກ້ໄຂບັນຫາ ລບຕ”. ໃນໂອກາດອັນສໍາຄັນດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖືໂອກາດນີ້ ເຊື້ອເຊີນບັນດາປະເທດສະມາຊິກ, ຄູ່ຮ່ວມພັດທະນາ, ອົງການ ສປຊ, ອົງການຈັດຕັ້ງສາກົນອື່ນໆ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ການສະໜັບສະໜູນ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສາກົນດັ່ງກ່າວ, ລວມທັງການຊຸກຍູ້ການສືບຕໍ່ຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາ ໃຫ້ມີຄວາມຄືບໜ້າ ແລະ ມີໝາກຜົນທີ່ເປັນຮູບປະທໍາ ແລະ ເຂົ້າຮ່ວມກອງປະຊຸມທົບທວນຄັ້ງທີ3 ຢູ່ທີ່ ນະຄອນຫຼວງວຽງຈັນ ໃນປີ 2026 ພາຍໃຕ້ຫົວຂໍ້: “ຊຸກຍູ້ຄວາມຄືບຫນ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໃຫ້ໂລກນີ້ປາສະຈາກໂພຂົ່ມຂູ່ຈາກລະເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munitions)”.




